ລັດຖະບານຫວຽດນາມ ຈັດກອງປະຊຸມສະໄໝສາມັນປະຈຳເດືອນ 02

ລັດຖະບານຫວຽດນາມ ຈັດກອງປະຊຸມສະໄໝສາມັນປະຈຳເດືອນ 02 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/02, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມສະ​ໄໝ​ສາມັນ​ປະຈຳ​ເດືອນ 02/2014 ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ເສດຖະກິດ, ສັງຄົມ​ໃນ​ເດືອນ 2 ​ແລະ 2 ​ເດືອນ​ຕົ້ນ​ປີ ກໍ່​ຄື​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ກ່ຽວ​ກັບການ​ກຳນົດ​ທິດ​ຊີ້ນ​ຳ, ບໍລິຫານ​ເສດຖະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ​ອີກ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​​ເຫັນ​ດີ​ກັບ​ບັນດາ​ຄຳ​ເຫັນ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ໃນ 2 ​ເດືອນ​ຕົ້ນ​ປີ 2014 ​ໃນ​ທຸກ​ຂົງ​ເຂດ ລ້ວນ​ແຕ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ ​ແລະ ສະ​ເໝີ​ກັນ; ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ກໍ່​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຍິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ສືບ​ຕໍ່​ສຸມ​ໃສ່​ປະຕິບັດ​ຢ່າງ​ຂ້ຽວຂາດ, ຄົບ​ຊຸດ, ພ້ອມກັບ​ບັນດາ​ມາດ​ຕະການ​ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ເລກ 01 ຂອງ​ລັດຖະບານ​ກ່ຽວ​ກັບ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂຕົ້ນ​ຕໍ່​ໃນ​ການ​ຊີ້​ນຳ​ບໍລິຫານ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງກ່າວ​ວ່າ.

        “ກ່ອນ​ອື່ນ​ໝົດ ກ່ຽວ​ກັບ​ດ້ານ​ເສດຖະກິດ, ຂ້າພະ​ເຈົ້າ​ສະ​ເໜີໃຫ້​ປ່ອຍ​ເງິນ​ລົງທຶນ​​ໄວ ສຳລັບ​ເງິນລົງທຶນ​ກໍ່ສ້າງ​ພື້ນຖານ​ຈາກ​ພັນທະບັດ, ​ງົບປະມານ. ພ້ອມ​ກັນ​ນັ້ນ, ຍູ້​ແຮງບັນດາ​ໂຄງການ ODA,  ​ທຶນ​ສົມທົບ​ກໍ່​ໄດ້​ກ່ຽມພ້ອມ​ແລ້ວ ​ແລະ ຊ່ວຍ​ວິ​ສາ​ຫະກິດ FDI ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ. ສິ່ງ​ດັ່ງກ່າວ​ຈະ​ຕັດສິນ​ການ​ເຕີບ​ໂຕ​ນັບ​ແຕ່​ໄລຍະ​ຕົ້ນ​ປີ. ພ້ອມ​ທັງ​ຕ້ອງ​ຜູກ​ຮັດ​ກັບ​ການ​ຄວບ​ຄຸມ​ຄຸນນະພາ​ບ, ຍູ້​​ແຮງ​ລະດັບ​ຄວາມ​ຄືບ​ໜ້າ, ບໍ່​ປະ​ໃຫ້​ເກີດ​ການ​ຮົ່ວ​ໄຫຼ ​ແລະ ຫຍໍ້​ທໍ້”

        ກໍ່​ທີ່​ກອງ​ປະຊຸມ, ລັດຖະບານ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 6 ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າງ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ ຕາມ​ທິດ​ສັງຄົມ​ນິຍົມ, ພ້ອມ​ທັງ​ສະ​ເໜີ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ກົນ​ໄກ​ການ​ຕະຫຼາດ​ໃຫ້​ສົມບູນ​ແບບ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​ເລີກ​ເຊິ່ງ ​ແລະ ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ