ລັດຖະບານ​ຫວຽດນາມ ໜູນຊ່ວຍອຸປະກອນ​ການ​ແພດ​ໃຫ້​ແກ່ ​ລັດຖະບານ ລາວ ​ແລະ ກໍາປູ​ເຈຍ

(VOVWORLD) -  ຕອນບ່າຍວັນທີ 26 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ - 19.

        ໃນການໂອ້ລົມສົນທະນາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານລາວ ໃນການຜັນຂະຫຍາຍບັນດາມາດຕະການສະກັດກັ້ນໂລກລະບາດໂຄວິດ - 19; ພ້ອມທັງເນັ້ນໜັກວ່າ ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ມຸ່ງໄປສູ່ກອງປະຊຸມໃຫຍ່ ພັກຂອງແຕ່ລະປະເທດໃນຕົ້ນປີ 2021. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກໍ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ແລະ ປາດຖະໜາວ່າ ສອງປະເທດຈະເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບ ແລະ ໜູນຊ່ວຍເຊ່ິງກັນແລະກັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍສະເໜີໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານລາວ ສືບຕໍ່ເອື້ອອໍານວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ໃຫ້ມີຄວາມອຸ່ນອ່ຽນໃຈ, ມີຊີວິດເປັນປົກກະຕິ ແລະ ໄດ້ເຂົ້າເຖິງບັນດາເງື່ອນໄຂຈໍາເປັນເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19; ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນການຮັກສາສະຖຽນລະພາບ, ຄວາມສະຫງົບ - ສັງຄົມ, ໂດຍສະເພາະແມ່ນຢູ່ບັນດາແຂວງເຂດຊາຍແດນ.

ນາຍົກລັດຖະມົນຕີສອງທ່ານ ກໍເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບການປັດຈຸບັນ, ສອງຝ່າຍຍິ່ງຕ້ອງເອົາໃຈໃສ່ເຖິງການຮັກສາທ່ວງທ່າພັດທະນາການຮ່ວມມືສອງຝ່າຍ, ພິເສດແມ່ນເອົາໃຈໃສ່ເຖິງການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆ ທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານ ໃຫ້ມີປະສິດທິຜົນ; ສືບຕໍ່ສ້າງເງື່ອນໄຂໃຫ້ສິນຄ້າສອງປະເທດໄດ້ຈະລາຈອນ; ມານະພະຍາຍາມຮັກສາລະດັບການເຕີບໂຕການຄ້າ, ການລົງທຶນ ດ້ວຍບັນດາມາດຕະການທີ່ມີໄຫວພິບ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ລັດຖະບານ​ຫວຽດນາມ ໜູນຊ່ວຍອຸປະກອນ​ການ​ແພດ​ໃຫ້​ແກ່ ​ລັດຖະບານ ລາວ ​ແລະ ກໍາປູ​ເຈຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen (ພາບ: congthuong.vn)

  ໃນການໂອ້ລົມສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ເນັ້ນໜັກເຖິງການສົມທົບ ແລະ ການໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດໂລກລະບາດໂຄວິດ - 19  ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ. ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 USD ໃຫ້ແກ່ແຕ່ລະປະເທດ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງດ້ານສາທາລະນະສຸກໄປໜູນຊ່ວຍລາວ ແລະ ກໍາປູເຈຍ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

        ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ລ້ວນແຕ່ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ແບ່ງປັນ, ໜູນຊ່ວຍອຸປະກອນການແພດໃຫ້ແຕ່ລະປະເທດ ແລະ ຢັ້ງຢືນວ່າ ນີ້ແມ່ນຂອງຂວັນມີຄວາມໝາຍຍິ່ງ ໃນສະພາບຫຍຸ້ງຍາກຄືປັດຈຸບັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ