ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນ 5

ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນ 5 - ảnh 1
ກອງປະຊຸມປະຈຳ​ເດືອນ 5 ຂອງ​ລັດຖະບານ​ຫວຽດນາມ


(vovworld)- ຕອນ​ເຊົ້າ​ວັນ​ທີ 29/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 5 ​ເພື່ອ​ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ​ເດືອນ 5 ​ແລະ 5 ​ເດືອນ​ຕົ້ນ​ປີ​ນີ້. ລັດຖະບານ​ກ​ໍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ຫລາຍ​ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາການ​ກະທົບ​ກ່ຽວຂ້ອງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ;​ ນະ​ໂຍບາຍ ​ແລະ ມາດ​ຕະການ​ພັດທະນາ​ສິນ​ໃນ​ນ້ຳ​ກໍ​ຄື ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ ຜັນ​ຂະຫຍາຍ​ການ​ປ່ຽນ​ໃຫມ່ການ​ສຶກສາ​ຢ່າງຮອບດ້ານ​ໂດຍ​ພື້ນຖານ. ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ເຫັນ​ດີ​ຕໍ່​ການ​ຕີ​ລາຄາ​ວ່າ: ສະພາບ​ການ​ເສດຖະກິດ​ສັງຄົມ ​ເດືອນ 5 ​ແລະ ​ໄລ່​ລວມ 5 ​ເດືອນ​ຕົ້ນ​ປີ​ນີ້ ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ, ຖືກ​ທິດ,​ເປັນ​ຕົ້ນ ບັນດາ​ດັດຊະນີ​ລ້ວນ​ແຕ່​ຮັບປະກັນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ຢູ່​ບາງ​ທ້ອງ​ຖິ່ນ​ເກີດ​ການ​ແຫ່​ຂະ​ບວນຄັດຄ້ານ​ຈີນ​ ລ່ວງ​ລ້ຳ​ເຂດ​ເສດຖະກິ​ດຈຳ​ເພາະ, ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ​ແຕ່​ມີ​ບຸກຄົນ​ຈຳນວນ​ຫນຶ່ງຖືກ​ຍຸ​ແຍ່ ​ພາ​ໃຫ້​ເກີດ​ການ​ກະທຳ​ລະ​ເມີດ​ກົດໝາຍ, ກໍ່​ຂາດ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ, ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ສົ່ງ​ອອກ, ຜົນ​ສະທ້ອນ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ, ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ ​ແລະ ອຳນາດ​ການ​ປົກຄອງ​ບັນດາທ້ອງ​ຖິ່ນ​ຄື: ບີ​ງ​ເຢືອງ, ດົງ​ນາຍ, ຮ່າ​ຕີງ ​ໄດ້​ມີ​ການ​ຊີ້​ນຳ​ຢ່າງ​ທັນ​ການ, ສະກັດ​ກັ້ນ ​ແລະ ຊ່ວຍ​ເຫລືອ​ບັນດາ​ວິ​ສາ​ຫະກິດ, ປັບ​ໄຫມລົງ​ໂທດ​ບັນດາ​ບຸກຄົນ​ມີ​ການ​ກະທຳ​ລະ​ເມີດ​ກົດໝາຍ. ມາ​ຮອດ​ປະຈຸ​ບັນ ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວ​ໄດ້​ກັບ​ຄືນສູ່ການ​​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ແລ້ວ.

ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ລັດຖະບານ​ເຫັນ​ດີ​ເປັນ​ເອກະສັນ​ກັນ ສືບ​ຕໍ່​ການຕໍ່ສູ້​ຢ່າງ​ຂ້ຽວຂາດ​ໂດຍ​ສັນຕິ​ວິທີ, ​ເດັດ​ດຽວ​ຮຽກຮ້ອງ​ຝ່າຍ​ຈີນ ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳເພາະ ​ແລະ ​ເຂດ​ໄຫລ່​ທະວີ​ບຂອງ​ຫວຽດນາມ ພ້ອມ​ທັງ​ຮັກສາ​ການ​ພົວພັນ​ດ້ານ​ເສດຖະກິດ,​ການ​ຄ້າ ​ເປັນ​ປົກກະຕິ​ກັບ​ຈີນ.

ຂ່າວ/ບົດ​ອື່ນ