ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນສິງຫາ

(vovworld)- ​ໃນ​ວັນ​ທີ 27 ​ແລະ 28/8 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ວາລະ​ປະຊຸມ​ປະຈຳເດືອນ​ສິງຫາ. ບັນດາ​ສະມາຊິກ​ໃນ​ຄະນະ​ລັດຖະ​ບານ ​ໄດ້​ເປັນ​ເອກະ​ພາບ​ກັບ​ການ​ຕີ​ລາຄາວ່າ: ນັບ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ, ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆຜັນ​ຂະຫຍາຍ​ຢ່າງ​ຂ້ຽວຂາດ ​ແລະ ຄົບ​ຊຸດ​ບັນດາ​ມາດ​ຕະການ​ຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ ສະ​ນັ້ນ ສະພາບ​ການ​ເສດຖະກິດ​ສັງຄົມ​ສືບ​ຕໍ່​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ ​ແລະ ຖືກ​ທິດ. ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ການ​ຜະລິດ​ກະສິກຳ​ຍັງ​ຄົງ​ເປັນ​ປົກກະຕິ, ດັດ​ຊະນີ​ການ​ຜະລິດ​ອຸດສາຫະກຳ​ໃນ 8 ​ເດືອນ​ກໍ​ເພີ່ມ​ຂຶ້ນ 5,3%, ການ​ສົ່ງ​ອອກ​ຮັກສາ​ທ່າ​ເຕີບ​ໂຕ​ສູງ​ກວ່າ​ແຜນການ ​ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ໃນ 8 ​ເດືອນ ບັນລຸເກືອບ 85 ຕື້ USD,​​ເພີ່ມ​ຂຶ້ນ​ເກືອບ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ນະ​ໂຍບາຍ​ກ່ຽວກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດ​ດີກາ​ນສັງຄົມ​ສືບ​ຕໍ່​ໄດ້​ຮັບປະກັນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ,​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຢືດໝັ້ນປະຕິບັດ​ບັນດາ​ຄາດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ລະດັບຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ເໝາະສົມ​ຕິດ​ພັນ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ.

ລັດຖະບານຫວຽດນາມຈັດກອງປະຊຸມປະຈຳເດືອນສິງຫາ - ảnh 1
ກອງປະຊຸມປະຈຳເດືອນສິງຫາຂອງລັດຖະບານ
ພາບ:internet

 ​ແລະ​ ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ ຫວູດືກດາມ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ​ເປັນ​ປະທານ​ການ​ປະຊຸມ​ປະຈຳ​ເດືອນ​ 8/2013 ຂອງ​ລັດຖະບານ. ຕອບ​​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ: ຜັນ​ຂະຫຍາຍ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ຫັນປ່ຽນ​ຮູບ​ແບບ​ການຈະ​ເລີ​ນ​ເຕ​ີບ​ໂຕ, ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ພາກ​ລັດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ສ້າງ​ບັນດາ​ອົງການ​ສີນ​ເຊື່ອ​ຄືນ​ໃຫມ່ ສືບ​ຕໍ່​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ປະຕິບັດ​ຄືແນວ​ໃດ? ທ່ານ​ລັດຖະມົນຕີ, ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດືກດາມ ​ໃຫ້​ຮູ້​ວ່າ: ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ລົງທຶນ​ຢ່າງ​ຄົບ​ຊຸດ ພ້ອມ​ທັງ​ກວດກາ​ເພື່ອ​ເພີ່ມ​ສະມັດ​ຕະພາບ​ບາງ​ຂະ​ແຫນງ​ການ, ຂົງ​ເຂດ; ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຕາມ​ມະຕິ​ເລກທີ 02, ຍູ້​ໄວ​ການ​ຜັນ​ຂະຫຍາຍ​ບ້ວງເງິນ​ 30.000 ຕື້​ດົ່ງ​ເພື່ອຫນູນ​ຊ່ວຍ​ດ້ານ​ເຮືອນ​ຢູ່​ສັງຄົມ, ຮີບ​ເຮັ່ງ​ມີ​ກົນ​ໄກ​ເໝາະ​ສົມ​ເພື່ອ​ໃຫ້​ບໍລິສັດ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ເຂົ້າ​ຮ່ວມ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ແກ້​ໄຂ​ຫນີ້​ເສຍ. ​ສູ້​ຊົນ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ໃຫ້​ໄດ້ 5,4% ​ ​ໃນ​ປີ 2013,​ ທ່ານ​ລັດຖະມົນຕີ ຫວູດືກດາມ ​ເວົ້າ​ວ່າ:

“ບັນດາ​ກຸ່ມ​ບໍລິສັດ​ແຫ່ງ​ລັດ ພຽງ​ສຸມ​ໃສ່​ເຂົ້າ​ໃນ​ຂະ​ແຫນງ​ອາຊີບ​ຕົ້ນຕໍ. ທັດສະນະ​ຂອງ​ລັດຖະບານ​ແມ່ນ​ຮັກສາ​ລັດ​ວິ​ສາ​ຫະກິດ ​ເພື່ອ​​ເຮັດ​ການ​ບໍລິການ​, ພັດທະນາ​ບາງ​ຂະ​ແຫນງ​ການ​ຜະລິດ​ທີ່​ມີ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ປະ​ເທດ​ຊາດ ຫາກ​ບໍ່​ແມ່ນ​ຮັກສາ​ລັດວິ​ສາ​ຫະກິດ​ໄວ້. ກ່ຽວ​ກັບ​ດ້ານ​ພື້ນຖານ, ບັນດາ​ລັດ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຫລື​ສືບ​ຕໍ່​ຮັກສາ​​ໄວ້​ນັ້ນແມ່ນ​​ເພື່ອປະຕິບັດ​ຫນ້າ​ທີ່​ດັ່ງກ່າວ.”
ຂ່າວ/ບົດ​ອື່ນ