ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂທີ່ດີເພື່ອໃຫ້ບັນດານັກວິທະຍາສາດຄົ້ນຄ້ວາ,ພັດທະນາວິທະຍາສາດເຕັກໂນໂລຢີ

ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂທີ່ດີເພື່ອໃຫ້ບັນດານັກວິທະຍາສາດຄົ້ນຄ້ວາ,ພັດທະນາວິທະຍາສາດເຕັກໂນໂລຢີ - ảnh 1
ຮອງນາຍົກລັດຖະມົນຕີ ຫວູດືກດາມ ໃນການພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) – ລັດຖະບານ ​ຫວຽດນາມ ​ຍາມ​ໃດ​ກໍ່ສ້າງ​​ເງື່ອນ​ໄຂ​ທີ່​ດີ​ເພື່ອ​​ໃຫ້​ບັນດາ​ນັກວິທະຍາສາດ​ຄົ້ນ​ຄ້ວາ, ພັດທະນາ​ ວິທະຍາສາດ - ​ເຕັກ​ໂນ​​ໂລ​ຢີ - ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້ຢັ້ງຢືນ​ຄື​ແນວ​ນັ້ນ​ທີ່​ພິທີ​​ໄຂ​ກອງ​ປະຊຸມ​ພົບປະ ຫວຽດນາມ ຄັ້ງ​ທີ 12, ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/7, ຢູ່​ນະຄອນ ກູ​ຍ​ເຍີນ, ​ແຂວງ ບີ່​ງດິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ເນັ້ນ​ໜັກ​ວ່າ: ວິທະຍາສາດ​ເຕັກ​ໂນ​​ໂລ​ຢີ​ແມ່ນ​ກຳລັງ​ໜູນ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລ​ະ ອາດ​ຈະ​ຊ່ວຍ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຄື ຫວຽດນາມ ບືນຕົວຂຶ້ນ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ກັບ​ບັນດາ​ປະ​ເທດ​ພັດທະນາ:

        “ມີ​ຄວາມ​ເຫັນ​ຖື​ວ່າ​ບັນດາ​ປະ​ເທດ​ຄື ຫວຽດນາມ ຄວນ​ສຸມ​ໃສ່​​ເຂົ້າ​ການ​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​, ສ່ວນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ພື້ນຖານ​ແມ່ນ​ວຽກ​ງານ​ຂອງ​ອະນາຄົດ, ​ແມ່ນ​ວຽກ​ງານ​ຂອງ​ບັນດາ​ປະ​ເທດ​ພັດທະນາ. ​ແຕ່​ລັດ​ຖ​ະບານ ຫວຽດນາມ ບໍ່​ຄິດ​ຄື​ແນວ​ນັ້ນ. ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ມີ​ທັດສະນະ​ວ່າ: ວິທະຍາສາດ​ແມ່ນ​ພື້ນຖານ, ຕ້ອງ​ໄດ້ຮັບ​ຄວາມເອົາ​ໃຈ​ໃສ່​ລົງທຶນ ​ແລະ ລົງທຶນ​ໃຫ້​ວິທະຍາສາດ​ພື້ນຖານແມ່ນ​ການ​ລົງທຶນ​ໃຫ້​ພື້ນຖານ, ​ແມ່ນ​ການ​ລົງທຶນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​​ແຫ່ງ​ຊາດ.”

 


ຂ່າວ/ບົດ​ອື່ນ