ລັດຖະບານຫວຽດນາມຍາມໃດກໍ່ເອົາໃຈໃສ່,ສ້າງບັນດາເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ

ລັດຖະບານຫວຽດນາມຍາມໃດກໍ່ເອົາໃຈໃສ່,ສ້າງບັນດາເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ - ảnh 1
ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ຕ້ອນຮັບ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ໜັກ Doosan

(vovworld)- ​​ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ ​ທ່ານ ຈິ້ງ​ດິ່ງ​ຢຸງ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ທີ່​ການ​ຕ້ອນ​ຮັບ ​ທ່ານ Jung Yeon In ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ໜັກ Doosan ຫວຽດ​ນາມ​ ຈຳ​ກັດ (Doosan Vina) ແລະ ທ່ານ ລຸ່ງ​ໂລດ ​ຣັງ​ຊິ​ໂຢ​ພາດ, ປະ​ທານ ທັງ​ເປັນ ​ຜູ້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ SCG ໄທ.

        ທີ່​ການ​ຕ້ອນ​ຮັບ​ທ່ານ Jung Yeon In ​ຜູ້​ອຳ​ນວຍ​ການ​ໃຫຍ່ Doosan Vina, ​ທ່ານ ຈິ້ງ​ດິ່ງ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ Doosan Vina  ຈະ​ສືບ​ຕໍ່​ເປີດກວ້າງ​​ຂອບຂະ​ໜາດ​ການ​ລົງ​ທຶນ, ເພີ່ມ​ອັດ​ຕາ​ສ່ວນ​ຜະ​ລິດ​ຕະ​ພັນ​ພາຍ​ໃນ. ຄຽງ​ຄູ່​ກັບ​ການ​ຜະ​ລິດບ​ັນ​ດາ​​ອຸ​ປະ​ກອນ, ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ໜັກ ຮັບ​ໃຊ້​ບັນ​ດາ​ໂຮງ​ງານໄຟ​ຟ້າ​ພະ​ລັງ​ຄວາມ​ຮ້ອນເປັນ​ຕົ້ນ, ບໍ​ລິ​ສັດ​ຄວນ​ເອົາ​ໃຈ​ໃສ່, ຄົ້ນ​ຄ້​ວາ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕິ​ພັນ​ອຸດ​ສາ​ຫະ​ກຳ​​ສຳ​ຮອງ​ອື່ນ. ສ່ວນ ​ທ່ານ Jung Yeon In ​ຜູ້​ອຳ​ນວຍ​ການ​ໃຫຍ່ ຢືນ​ຢັນ​ວ່າ: Doosan Vina ຍາມ​ໃດ​ກໍ່​ຈະ​ໃຫ້​ບຸ​ລິ​ມະ​ສິດ ກ່ຽວ​ກັບ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ໃນ​ການ​ອອກ​ແຮງ​ງານ ແລະ ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ ​ໃນ​ວິ​ວັດ​​ແຫ່ງການ​ຮ່ວມ​ມື​ລົງ​ທຶນ ຢູ່​ຫວຽດ​ນາມ. ​ຜູ້​ອຳ​ນວຍ​ການ​ໃຫຍ່ Doosan Vina ໃຫ້​ຄຳ​ໝັນ​ສັນ​ຍາ​ຈະ​ປະ​ຕິ​ບັດ​ບັນ​ດາຂໍ້​ຕົກ​ລົງກາ​ນ​ຮ່ວມ​ມື ​ເຊິ່ງ​ທັງສອງ​ຝ່າຍ​ໄດ້​ລົງ​ນາມ ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ກ​ົດ​ໝາຍ​ ຫ​ວຽດ​ນາມ ຢ່າງ​ເຂັ້ມ​ງວດ.

        ທີ່​ການ​ຕ້ອນ​ຮັບ​ ທ່ານ ລຸ່ງ​ໂລດ ​ຣັງ​ຊິ​ໂຢ​ພາດ, ​ປະ​ທານ ທັງ​ເປັນຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ SCG ໄທ, ​ທ່ານ ຈິ້ງ​ດິ່ງ​ຢຸງ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງເຈດ​ຕະ​ນາ​ດີ ກໍ່​ຄື​ບັນ​ດາ​ລາຍ​ການ​ຮ່ວມ​ມື​ ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ SCG  ກັບ​ບັນ​ດາ​ວິ​ສາ​​ຫະ​ກິດ​ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ, ນ້ຳ​ມັນອາຍ​ແກັ​ສ, ການກໍ່​ສ​້າງ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ອົງ​ການ ເຈົ້າ​ໜ້າ​ທີ່ຂອງ​ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນ ​ຂອງ​ກຸ່ມ​ບໍ​ລິ​ສັດ ໄດ້​ຮັບ​ການປະ​ຕິ​ບັດ​ຕາມ​ແຜນ​ການ, ຂັ້ນ​ຕອນ​ທີ່​ໄດ້​ວາງ​ອອກ. ກ່ຽວ​ກັບ​ກຸ່ມ​ບໍ​ລິ​ສັດ SCG, ທ່ານ ລຸ່ງ​ໂລດ ​ຣັງ​ຊິ​ໂຢ​ພາດ ຢືນ​ຢັນ​ວ່າ: ຈະ​ສືບ​ຕໍ່​ຮ່ວມ​ມື​ ຢ່າງ​ແໜ້ນ​ແ​ຟ້ນ ກັບ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ຫວຽດ​ນາມ, ໃນ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ ບັນ​ດາ​ໂຄງ​ການ​ລົງ​ທຶນ​ ທີ່​ສອງ​ຝ່າຍ​ພວມ​ສົ່ງ​ເສີມ, ເປັນ​ເອ​ກະ​ພາບກັນ.


ຂ່າວ/ບົດ​ອື່ນ