ລັດຖະບານຫວຽດນາມຍູ້ແຮງການປະຕິຮູບດ້ານການບໍລິຫານ,ຍົກສູງກຳລັງແກ່ງແຍ້ງເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ

ລັດຖະບານຫວຽດນາມຍູ້ແຮງການປະຕິຮູບດ້ານການບໍລິຫານ,ຍົກສູງກຳລັງແກ່ງແຍ້ງເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ - ảnh 1
​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 8/11, ຢູ່ ຮ່າ​ໂນ້ຍ, ​ໄດ້​ເປີດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ 2016 ດ້ວຍ​ຫົວ​ຂໍ້​ວ່າ “ປະດິດ​ສ້າງ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ“. ກ່າວ​ຄວາມ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ, ວິ​ສາ​ຫະກິດ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ ​ແລະ ນຳ​ໃຊ້​ບັນດາ​ຮູບ​ແບບ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ, ສ້າງ​ຄຸນຄ່າ​ຫຼາຍ​ຢ່າງ​ໃຫ້​ສັງຄົມ, ກໍ່​ຄື​ເປັນ​ເຈົ້າ​ການ​ຄົ້ນ​ຄ້ວາ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ ​ຮັບປະກັນ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສ້າງ​ການ​ບຸກທະລຸ​ໃນ​ການ​ປັບປຸງ​ຄວາມສາມາດ​ແກ່ງ​ແຍ້​ງ.  ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

        “ລັດຖະບານ​ຮຽກຮ້ອງ​ກະຊວງ, ຂະ​ແໜງ​ການ​ທັງ​ໝົດ, ອົງການ​ຈັ້ງ​ຕັ້ງ​ທຸກ​ຂັ້ນ​ຕ້ອງ​ເຊົ່າ​ການ​ບໍລິການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ​ເພື່ອ​ສະໜອງ​ການ​ບໍລິການ​ບໍລິຫານ​ລັດ, ຫາກ​ບໍ່​ເຮັດ​ແບບ​ໂດຍ​ກົງ​ອີກ. ຍ້ອນ​ເຫດ​ນັ້ນ, ລັດຖະບານ​ໄດ້​ຮຽກຮ້ອງ​ຕ້ອງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ, ຫັນ​ເປັນ​ຫຸ້ນ​ສ່ວນ​ຢ່າງ​ແທ້​ຈິງ. ປະຈຸ​ບັນ​ຕະຫຼາດ​ການ​ບໍລິການ​ໄດ້​ເປີດ​ກວ້າງ ​ແລະ ລັດຖະບານ​ຫວັງ​ວ່າ​ ບັນດາ​ວິ​ສາ​ຫະກິດຈະ​ເຮັດ​ບໍລິການດ້ານ​ການ​ສຶກສາ, ສາທາລະນະ​ສຸກ. ພິ​ເສດ​ແມ່ນ​ລົງທຶນ​ຕາມ​ຮູບ​ແບບ​ປອດ​ກຳ​ໄລ. ຖ້າ​ຫາກ​ພວກ​ເຮົາ​ມີ​ວິ​ໄສ​ທັດ​ຢ່າງ​ຍາວ​ນານ, ນີ້​ແມ່ນ​ບັນດາ​ຂົງ​ເຂດ​ລົງທຶນ​ຢ່າງ​ໝັ້ນຄົງ“.

        ທີ່​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເຈິ່ນຮົ່ງຮ່າ ​ໄດ້​ລາຍ​ງານ​ແຜນການ​ປະຕິບັດ​ຂໍ້​ຕົກລົງ ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ຫຼາຍ​ທົດ​ສະ​ວັດ​ຕໍ່ໜ້າ, ພ້ອມ​ທັງ​ສະ​ແດງ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ​ທີ່​ພ້ອມ​ກັບ​ປະຊາ​ຄົມສາກົນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍອັນ​ໃຫຍ່​ຫຼວງ​ທີ່​ນາບ​ຂູ່​ເຖິງ​ການ​ຄົງ​ຕົວ​ຂອງ​ມະນຸດ.

ຂ່າວ/ບົດ​ອື່ນ