ລັດຖະບານຫວຽດນາມດຳເນີນກອງປະຊຸມປະຈຳເດືອນ9

ລັດຖະບານຫວຽດນາມດຳເນີນກອງປະຊຸມປະຈຳເດືອນ9 - ảnh 1
(ພາບ: VGP/NhatBac)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 30/9 – 1/10, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ເປັນ​ປະ​ທານກອງ​ປະຊຸມ​ປະຈຳ​ເດືອນ 9 ​ເພື່ອ​ແນ​ໃສ່​ສຸມ​ໃສ່​ໃຫ້​ຄວາມ​ເຫັນ​ຕີ​ລາຄາສະພາບ​ເສດຖະກິດ - ສັງຄົມ​ເດືອນ 9 ​ແລະ 9 ​ເດືອ​ນຜ່ານ​ມາ, ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຊີ້​ນຳ​ບໍລິ​ຫານພື້ນຖານ​ເສດຖະກິດ ດ້ວຍຄວາມ​ຕັດສິນ​ໃຈ​​ ເພື່ອບັນລຸ​ບັນດາ​ຄາດໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້​ຢູ່​ໃນ​ລະດັບ​ສູງ​ສຸດ. ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ, ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ພື້ນຖານ​ເສດຖະກິດ ຫວຽດນາມ ສືບ​ຕໍ່​ຟື້ນ​ຟູ​ຢ່າງ​ຈະ​ແຈ້ງ ​ແລະ ບັນລຸ​ໝາກຜົນ​ສູງ​ກ່ວາ​ ​ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ. ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ດັດຊະນີ​ລາຄາ​ການ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ບໍ່ຫລາຍ, ສະ​ເລ່ຍ​ໃນ 9 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 0,74% ​ເມື່ອທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ. ການ​ສົ່ງ​ອອກ​​ແມ່ນ​ຮັກສາ​ໃນ​ທ່າ​ເຕີ​ບ​ໂຕ, ອັດຕາ​ສ່ວນມູນ​ຄ່າ​ນຳ​ເຂົ້າ​ເກີນ​ດຸນ 9 ​ເດືອນ​ຕົ້ນ​ປີ​ຍັງ​ຢູ່​ໃນ​ລະດັບ​ຄວບ​ຄຸມ​ ​(ເທົ່າ​ກັບ 3,2% ຂອງຍອດ​ວົງ​ເງິນສົ່ງ​ອອກ)…ຕາມ​ການ​ຄິດ​ໄລ່ GDP 9 ​ເດືອນ​ຕົ້ນ​ປີ ບັນລຸ​ໄດ້​ລະດັບ 6,5% ສູງ​ສຸດ​ໃນ​ຮອບ 4 ປີຜ່ານມາ. ບັນດາ​ນະ​ໂຍບາຍ​ປະກັນ​ຊີວິດສັງຄົມ​ສືບ​ຕໍ່​ໄດ້​ຮັບ​ການ​ຮັບປະກັນ; ສະຖຽນ​ລະພ​າບ​ທາງດ້ານການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​​ໄດ້​ຮັກສາ​ຢ່າງ​ໝັ້ນຄົງ, ອຸປະຕິ​ເຫດ​ໃນການ​ສັນຈອນ​​ໄປມາໄດ້​ຫລຸ​ດລົງ.

        ​ແລ​ະກໍ​ໃນ​ກອງ​ປະຊຸມ, ລັດຖະບານ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ ​ແລະ ມາດ​ຕະການ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ​ຂອງ ຫວຽດນາມ; ການ​ຄິດ​ໄລ່​ເງິນ​ເດືອນ​ເຂົ້າ​​ໃນ​ຄ່າ​ການ​ບໍລິການການ​ແພດຊຳລະ​ປະກັນ​ສຸຂາ​ພາບ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2016 – 2020; ​ແຜນການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​​ໃໝ່​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ