ລັດຖະບານຫວຽດນາມດຳເນີນກອງປະຊຸມສະໄໝສານັດສາມັນປະຈຳເດືອນ 7

ລັດຖະບານຫວຽດນາມດຳເນີນກອງປະຊຸມສະໄໝສານັດສາມັນປະຈຳເດືອນ 7 - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ​ຫງວຽນ​ເຕີນ​ຢຸງ
ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະຊຸມ
(ພາບ: baochinhphu.vn)


​​(vovworld) - ວັນ​ທີ 31/07, ຢູ່​ສຳນັກງານ​ລັດຖະບານ, ລັດຖະບານ​ໄດ້​ດຳ​ເນີນ​ກອງ​ປະຊຸມສະ​ໄໝ​ສາ​ນັດ​ສາມ​ັນ​ປະຈຳເດືອນ 7, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມເດືອນ 7 ​ແລະ ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ພ້ອມ​ທັງ​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ສຸມ​ໃສ່​ຊີ້​ນຳ​ບໍລິຫານ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາຄາດໝາຍ​​ໃນ​ການພັດທະນາ​ເສດຖະກິດ​ສັງຄົມທີ່​ໄດ້​ວາງ​ອອກ​ນັບ​ແຕ່​ຕົ້ນ​ປີ​ຢ່າງ​ສູງ​ສຸດ. ລັດຖະບານ​ກໍ່​ປຶກສາ​ຫາ​ລື​ການ​ກຳນົດ​ທິດ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ໂຄງການ​ຈຸ​ດໝາຍ​ແຫ່ງ​ຊາດ​ໄລຍະ 2016 – 2020 ​ແລະ ຮຽບຮຽງມະຕິ​ເພື່​ອ​ແນ​ໃສ່​ຊຸກຍູ້​ລັດຖະບານ​ເອ​ເລກ​​ໂຕ​ນິກ.

        ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນ​ຕີ​ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ສະພາບ​ເສດຖະກິດ​ສັງຄົມ​ເດືອນ 07 ​ແລະ 7 ​ເດືອ​ນຜ່ານ​ມາ ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​​ເຂດ. ຖ້າ​ຫາກ​ລັດຖະບານ​ສືບ​ຕໍ່​ການຊີ້​ນຳນຳພາ, ບໍລິຫານ​ຢ່າງ​ຂ້ຽວຂາດ ​ແລະ ບໍ່​ມີ​ການ​ປ່ຽນ​ແປງ​ໃດ, ປີ 2015 ຈະບັນລຸ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົ​ມທີ່​ໄດ້​ວາງ​ອອກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ສືບ​ຕໍ່​ຊີ້​ນຳ​ນຳພາ ​ແລະ ຜັນ​ຂະຫຍາຍ​ຢ່າງ​ຄົບ​ສຸດ, ພ້ອມ​ກັບບັນດາ​ໜ້າ​ທີ່, ​ມາດ​ຕະການ​ແກ້​ໄຂ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ຄັດ​ເລ​ືອກບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​​ແຕ່ລະ​ໄລຍະ ​ເພື່ອ​ປະຕິບັດ​ພ້ອມ​ກັບ​ຄາດໝາຍ​ສູ້​ສົນ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ, ໜ້າ​ທີ່ ທີ່​ໄດ້​ວາງ​ອອກ​ນັບ​ແຕ່​ຕົ້ນ​ປີ…

        ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກຟາດ ຈະ​ດຳ​ເນີນ​ການ​ສຳ​ຫຼວດກວດກາ​ເນື້ອ​ທີ່​ປ່າ​ປ້ອງ​ກັນ ​ເພື່ອ​ຄິດ​ໄລ​ສັ່ງ​ຊາ​ເພີ່ມ​ເນື້ອ​ທີ່​ປ່າ​ເສດຖະກິດ, ທັງ​ຕອບ​ສະ​ໜອງ​ໄດ້​ສິ່ງ​ແວດ​ລ້ອມ​ຂຽວ, ທັງ​ເພີ່ມ​ລາຍ​ຮັບ​ໃຫ້​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ກໍມອບ​ໃຫ້ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ຮັບ​ເອົາ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ ​ເພື່ອ​ສ້າງ​ໃບ​ຍືນສະ​ເໜີ​​ລັດຖະບານ​ໃຫ້ສົມບູນ​ແບບ, ຕ້ອງປະຕິບັດ​​ບັນດາ​ໜ້າ​ຢ່າງ​ສົມ​ເຫດສົມ​ຜົນ ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ