ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນໂຮນລັງ

(VOVWORLD) -ສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມການລົງທຶນໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ ແຕ່ວັນທີ 11 ກໍລະກົດ ຢູ່ ລາໄຮ ປະເທດ ໂຮນລັງ
ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນໂຮນລັງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດ ແລະ ນັກລົງທຶນ ໂຮນລັງ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດ ແລະ ນັກລົງທຶນ ໂຮນລັງ ຢາກຊອກຫາບັນດາກາລະໂອກາດການລົງທຶນຢູ່ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແຈ້ງໃຫ້ບັນດານັກລົງທຶນຮັບຊາບ ບັນດາຈຸດຕົ້ນຕໍຂອງພື້ນຖານເສດຖະກິດ ຫວຽດນາມ ຄື: ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ແມ່ນສະຖານທີດຶງດູດບັນດາບໍລິສັດແຖວຫນ້າຂອງໂລກໃນຫລາຍປີຜ່ານມາ, ໃນນັ້ນ ມີບັນດານັກລົງທຶນຂອງໂຮນລັງ. ຫວຽດນາມ ມີລະດັບການເຕີບໂຕເສດຖະກິດສູງ, ຂອບຂະຫນາດ  GDP ບັນລຸປະມານ 160 ຕື້  USD, ພື້ນຖານເສດຖະກິເປີດ ດ້ວຍການເຂົ້າຮ່ວມຫລາຍສັນຍາການຄ້າເສລີ, ມີມູນຄ່ານຳເຂົ້າສົ່ງອອກປະມານ 400 ຕື້  USD ໃນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ໂຮນລັງ ມາລົງທຶນຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກບັນດານັກລົງທຶນ ໂຮນລັງ ຮ່ວມມືກັບວິສາຫະກິດຫວຽດນາມ ໃນຂົງເຂດພັດທະນາຕະຫລາດເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ