ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມແຫ່ງການລົງທຶນຢ່າງເປັນປົກກະຕິ

ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມແຫ່ງການລົງທຶນຢ່າງເປັນປົກກະຕິ - ảnh 1
​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ ນາມ​ໂຮ້ຍ​ອານ
(ພາບ: chinhphu)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 24/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ ນາມ​ໂຮ້ຍ​ອານ, ຢູ່​ແຂວງ ກວາງ​ນາມ. ໂຄງ​ການກໍ່​ສ້າງເຂດ​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ ນາມ​ໂຮ້ຍ​ອານ ມີ​ຈຳ​ນວນ​ເງິນ​ລົງ​ທຶນ 4 ຕື້ USD, ດ້ວຍ​ເນື້ອ​ທີ່​ເກືອບ 1000 ຕາ​ລາງ​ແມັດ, ຄາດ​ວ່າ​ຈະ​ກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2035. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ເລື່ອງກໍ່​ສ້າງ​ເຂດ ​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບທີ່​ໃຫຍ່​ໂຕ, ຄົບ​​ບໍ​ລິ​ຫານ​ຢູ່ ນາມ​ໂຮ້ຍ​ອານ ຈະ​ປະ​ກອບ​ສ່ວນ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ເຂດ​ຢ່າງ​ແຮງ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂ​ອງ​ປະ​ເທດ ແລະ ເຂດກວາງ​ນາມ - ດ່ານັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​​ເປັນ​ປົກ​ກະ​ຕິ, ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ອຸ່ນ​ອຽນ​ໃຈ​ລົງ​ທຶນ, ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ເຈົ້າ​ຂອງ​ລົງ​ທຶນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ເຂດ​​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ ນາມ​ໂຮ້ຍ​ອານ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳກົ​ນ​ຈັກ​ລົດ​ໂອ​ໂຕ ຈຸ​ລາຍ - ເຈື່ອງ​ຫາຍ ເປີດກວ້າງ ແລະ 2 ເສັ້​ນ​ທາງ​ເຊື່ອມ​ຕໍ່​ຈາກ​ທ່າ​ກ່ຳ​ປັ່ນ ຕ​າມ​ຮຽບ ເຖິງ​ເສັ້ນ​ທາງ​ຄວາມ​ໄວ​ສູງ ແລະ ເຂດ​ອຸດ​ສາ​ຫະ​ກຳ.

ຂ່າວ/ບົດ​ອື່ນ