ລັດຖະບານຫວຽດນາມໜູນຊ່ວຍເຄື່ອງວັດຖຸອຸປະກອນດ້ານການແພດໃຫ້ລັດຖະບານກຳປູເຈຍ ຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ຈຳນວນຂອງຂວັນດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ຈະໄດ້ສົ່ງເຖິງນະຄອນຫຼວງ ພະນົມເປັນ ຢ່າງຮີບດ່ວນໃນຊຸມມື້ຈະມາເຖິງ
ລັດຖະບານຫວຽດນາມໜູນຊ່ວຍເຄື່ອງວັດຖຸອຸປະກອນດ້ານການແພດໃຫ້ລັດຖະບານກຳປູເຈຍ ຮັບມືກັບໂລກລະບາດໂຄວິດ-19 - ảnh 1(ພິທີມອບເຄື່ອງວັດຖຸອຸປະກອນການແພດ)

ວັນທີ 20 ພຶດສະພາ, ພິທີມອບເຄື່ອງວັດຖຸອຸປະກອນການແພດລວມມີເຄື່ອງຊ່ວຍຫາຍໃຈ 800 ເຄື່ອງ, ຜ້າອັດປາກ-ອັດດັງ 2 ລ້ານອັນ ແລະ ຜ້າອັດປາກ-ອັດດັງ N95 ຈຳນວນ 300.000 ອັນຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໜູນຊ່ວຍລັດຖະບານ ແລະ ປະຊາຊົນກຳປູເຈຍ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໄດ້ດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ໄດ້ສະແດງຄວາມແບ່ງປັນ ແລະ ເຫັນອົກເຫັນໃຈຢ່າງເລິກເຊິ່ງຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ຕໍ່ກັບລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19 ໃນໄລຍະຜ່ານມາຢູ່ ກຳປູເຈຍ. ຈຳນວນຂອງຂວັນດັ່ງກ່າວຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ຈະໄດ້ສົ່ງເຖິງນະຄອນຫຼວງ ພະນົມເປັນ ຢ່າງຮີບດ່ວນໃນຊຸມມື້ຈະມາເຖິງ, ດ້ວຍຄວາມຫວັງຢາກປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເຂົ້າໃນຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງລັດຖະບານ ແລະ ປະຊາຊົນ ກຳປູເຈຍ.

  ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງຜະລິດອົກຊີເຈນ 50 ເຄື່ອງໃຫ້ແກ່ ອິນເດຍ ເພື່ອຊ່ວຍເຫຼືອປະເທດນີ້ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ຈຳນວນເຄື່ອງອຸປະກອນການແພດດັ່ງກ່າວ ໄດ້ໄປຮອດສະໜາມບິນສາກົນ Indira Gandhi ຢູ່ນະຄອນຫຼວງ New Delhi ໃນຕອນເຊົ້າວັນທີ 21 ພຶດສະພາ ແລະ ເຄື່ອງໜູນຊ່ວຍງວດທີ 2 ເຊິ່ງ ລັດຖະບານ  ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ ລັດຖະບານ ແລະ ປະຊາຊົນ ອິນເດຍ ກໍຈະໄດ້ຂົນສົ່ງໄປຍັງ ປະເທດນີ້ໃນ 2 – 3 ວັນຈະມາເຖິງ. ດ້ວຍມູນຄ່າການຊ່ວຍເຫຼືອທັງໝົດ ຂຶ້ນເຖິງ 1,5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ