ລັດ​ຖະ​ບ​ານ​ອັງ​ກິດ​​ເລື່ອນ​ປະ​ກາດແຜນງົ​ບ​ປະ​ມານ​ໄປ​ໄສ່​ເດືອນ​ພະ​ຈິກ

(VOVWORLD) -ວັນທີ 26 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ໄດ້ປະກາດຈະເລື່ອນປະກາດວ່າຮ່າງແຜນງົບປະມານໄປໄສ່ວັນທີ 7 ພະຈິກຈະມາເຖິງ, ແທນທີ່ວັນທີ 31 ຕຸລາ ຄືແຜນການເບື້ອງຕົ້ນ. ທ່ານລັດຖະມົນຕີກະຊວງການເງິນ ອັງກິດ Jeremy Hunt ໄດ້ໃຫ້ຂໍ້ສັງເກດກ່ຽວກັບການເລື່ອນນີ້ວ່າແມ່ນເໝາະສົມກັບສະພາບການປັດຈຸບັນ.
ລັດ​ຖະ​ບ​ານ​ອັງ​ກິດ​​ເລື່ອນ​ປະ​ກາດແຜນງົ​ບ​ປະ​ມານ​ໄປ​ໄສ່​ເດືອນ​ພະ​ຈິກ - ảnh 1ພາບປະກອບ: AFP/TTXVN

ໃນສະພາບການທີ່ອັງກິດຫາກໍ່ມີນາຍົກລັດຖະມົນຕີຄົນໃໝ່ ແລະ ເພື່ອແງ່ຫວັງຮັກສາພື້ນຖານເສດຖະກິດໃຫ້ມີສະຖຽນລະພາບໃນໄລຍະຍາວ, ດັ່ງນັ້ນການໂຈະການປະກາດແມ່ນວິທີການດີທີ່ສຸດເພື່ອຮັບປະກັນໃຫ້ລັດຖະບານວາງອອກຂໍ້ຕົກລົງທີ່ຖືກຕ້ອງ. ທ່ານເນັ້ນໜັກວ່າ ບຸລິມະສິດແຖວໜ້າຂອງລັດຖະບານແມ່ນຮັກສາເສດຖະກິດຢ່າງເປັນປົກກະຕິ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ດັ່ງນັ້ນແຜນງົບປະມານໃນໄລຍະກາງຈະສວມບົດບາດສຳຄັນທີ່ສຸດ. ທ່ານລັດຖະມົນຕີ Hunt ຢັ້ງຢືນວ່າ ແຜນການນີ້ກໍ່ຕ້ອງອີງໃສ່ບັນດາການຄາດຄະເນເສດຖະກິດ ແລະ ການເງິນພາກລັດ ຖືກຕ້ອງທີ່ສຸດ, ເພາະສະນັ້ນ, ທ່ານ ແລະ ນາຍົກລັດຖະມົນຕີ ຈຶ່ງຕັດສິນໃຈປະກາດແຜນການໃນເດືອນພະຈິກ ແລະ ນີ້ຈະກາຍເປັນຮ່າງແຜນງົບປະມານລະດູໃບໄມ້ຫຼົ່ນ.

ກ່ອນໜ້ານັ້ນໜຶ່ງວັນ, ທ່ານ Rishi Sunak ໄດ້ກາຍເປັນນາຍົກລັດຖະມົນຕີ ອັງກິດຢ່າງເປັນທາງການພາຍຫຼັງທີ່ກະສັດ Charles III ແຕ່ງຕັ້ງໃນພິທີຢູ່ວັງ Buckingham. ກ່າວຄຳເຫັນພາຍຫຼັງໄດ້ເປັນນາຍົກລັດຖະມົນຕີ ອັງກິດຄົນໃໝ່, ທ່ານ shi Sunak ຍອມຮັບວ່າ ປະເທດອັງກິດ ພວມປະເຊີນໜ້າກັບວິກິດການເສດຖະກິດຢ່າງເລິກເຊິ່ງ ແລະ ບັງຄັບໃຫ້ທ່ານ ຕ້ອງຍົກອອກຂໍ້ຕົກລົງທີ່ຫຍຸ້ງຍາກ ຍ້ອນສະພາບການເສດຖະກິດຂອງປະເທດໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ