ລັດຖະບານອິນໂດເນເຊຍໝັ້ນໝາຍດຳເນີນການສືບສວນກ່ຽວກັບກໍລະນີ ກໍ່ຈາລະຈົນຢູ່ສະໜາມກິລາ ອັນເຮັດໃຫ້ຫຼາຍຄົນເສຍຊີວິດ

(VOVWORLD) -ວັນທີ 2 ຕຸລາ, ທ່ານລັດຖະມົນກະຊວງປ້ອງກັນສະຫງົບ ອິນໂດເນເຊຍ ມາຟຸດ ໄດ້ແຈ້ງໃຫ້ຊາບຕື່ມກ່ຽວກັບກໍລະນີ ກຸ່ມຄົນຢຽບໃສ່ກັນຢ່າງສະຫຍອງຂວັນທີ່ເກີດຂຶ້ນຢູ່ສະໜາມກິລາ ກາຊູຢູຮານ ຢູ່ນະຄອນ ມາລາງ ແຂວງ ຊາວາຕາເວັນອອກ ອັນໄດ້ເຮັດໃຫ້ 174 ຄົນເສຍຊີວດແລະຫຼາຍກວ່າ180 ຄົນ ໄດ້ຮັບບາດເຈັບ
ລັດຖະບານອິນໂດເນເຊຍໝັ້ນໝາຍດຳເນີນການສືບສວນກ່ຽວກັບກໍລະນີ ກໍ່ຈາລະຈົນຢູ່ສະໜາມກິລາ ອັນເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1ກຸ່ມຄົນຢຽບໃສ່ກັນຢ່າງສະຫຍອງຂວັນທີ່ເກີດຂຶ້ນຢູ່ສະໜາມກິລາ ກາຊູຢູຮານ ຢູ່ນະຄອນ ມາລາງ ແຂວງ ຊາວາຕາເວັນອອກ

     ຕາມນັ້ນແລ້ວທ່ານລັດຖະມົນຕີປ້ອງກັນຄວາມສະຫງົບອິນໂດເນເຊຍໃຫ້ຮູ້ວ່າຈຳນວນຜູ້ຊົມເຂົ້າສະໜາມກິລາມີຈຳນວນເກີນຂອບເຂດ. ລັດຖະບານອິນໂດເນເຊຍ ໄດ້ກ່າວຄຳຂໍໂທດຕໍ່ກໍລະນີດັ່ງກ່າວແລະໝັນໝາຍຈະດຳເນີນການສືບສວນ.

     ໃນຂະນະນັ້ນກ່າວຄຳເຫັນທາງໂທລະພາບ KompasTV ທ່ານລັດຖະມົນຕີກະຊວງຊາວໜຸ່ມ ແລະ ກິລາ ອິນໂນເນເຊຍ Zainudin Amali ໃຫ້ຮູ້ວ່າທາງກະຊວງຈະຕີລາຄາຄືນຄວາມປອດໄພຂອງການແຂ່ງຂັນເຕະບານນັດຕ່າງໆ  ໃນນັ້ນຊັ່ງຊາເຖິງກໍລະນີບໍ່ໃຫ້ຜູ້ຊົມເຂົ້າເວທີຕິດຕາມການເຕະບານ. 

ຕອບກັບ

ຂ່າວ/ບົດ​ອື່ນ