ລັດຖະບານອາບການິດສະຖານ ແລະ ຕາລີບານ ເລີ່ມດຳເນີນຮອບເຈລະຈາສັນຕິພາບໃໝ່

(VOVWORLD) -ລັດຖະບານ ອາບການິດສະຖານ ແລະ ຄະນະເຈລະຈາຂອງພວກກະບົດ ຕາລີບານ ໄດ້ພົບປະກັນຢູ່ນະຄອນຫຼວງ ໂດຮາ, ປະເທດກາຕາ, ເລີ່ມດຳເນີນຮອບເຈລະຈາໃໝ່

ລັດຖະບານອາບການິດສະຖານ ແລະ ຕາລີບານ ເລີ່ມດຳເນີນຮອບເຈລະຈາສັນຕິພາບໃໝ່ - ảnh 1ບັນດານັກເຈລະຈາຂອງລັດຖະບານອາບການິດສະຖານ

(ພາບ: AFP/TTXVN)

ວັນທີ 06 ທັນວາ, ລັດຖະບານ ອາບການິດສະຖານ ແລະ ຄະນະເຈລະຈາຂອງພວກກະບົດ ຕາລີບານ ໄດ້ພົບປະກັນຢູ່ນະຄອນຫຼວງ ໂດຮາ, ປະເທດກາຕາ, ເລີ່ມດຳເນີນຮອບເຈລະຈາໃໝ່ ພາຍຫຼັງດຳເນີນການໂຕ້ວາທີມາເປັນຫຼາຍເດືອນກ່ຽວກັບບັນດາຂໍ້ມາດຕາ ແລະ ຂັ້ນຕອນໃຫ້ແກ່ການເຈລະຈາສັນຕິພາບ.

        ຄຳຖະແຫຼງຂອງກະຊວງສັນຕິພາບອາບການິດສະຖານ ຊີ້ແຈ້ງວ່າ, ກອງປະຊຸມຄັ້ງທຳອິດຂອງຄະນະເຈລະຈາຂອງລັດຖະບານອາບການິດສະຖານ ແລະ ຝ່າຍຄ້ານຖືກດຳເນີນຢູ່ ໂດຮາ ເພື່ອກະກຽມບັນດາບັນຫາໃຫ້ແກ່ໂຄງການດຳເນີນງານຂອງບັນດາການເຈລະຈາ. ທ່ານປະທານສະພາໄກເກ່ຍປອງດອງຊາດສູງສຸດອາບການິດສະຖານ Abdullah Abdullah ໄດ້ຕີລາຄາວ່າ ການຜັນແປຂອງການເຈລະຈານີ້ແມ່ນບາດກ້າວສຳຄັນໃນເບື້ອງຕົ້ນ, ໃນຂະນະທີ່ທູດພິເສດຂອງອາເມລິກາ ກ່ຽວກັບອາບການິດສະຖານ ທ່ານ Zalmay Khalilzad ຕີລາຄາວ່າ, ນີ້ແມ່ນບາດລ້ຽວອັນໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ