ລັດຖະບານອາເມລິກາ ໂຈະການເຄື່ອນໄຫວຍ້ອນງົບປະມານໝົດແລ້ວ

(VOVWORLD) - ຕອນທ່ຽງວັນທີ 20 ມັງກອນ, ຕາມເວລາຫວຽດນາມ, ສະພາສູງອາເມລິກາ ບໍ່ມີຈຳນວນບັດຢ່າງພຽງພໍເພື່ອຮັບຮອງເອົາຮ່າງກົດໝາຍໃຊ້ຈ່າຍຊົ່ວຄາວຂອງລັດຖະບານອາເມລິກາ.

ລັດຖະບານອາເມລິກາ ໂຈະການເຄື່ອນໄຫວຍ້ອນງົບປະມານໝົດແລ້ວ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ຈະສະເຫຼີມສະຫຼອງ

1 ປີແຫ່ງວັນກຳອຳນາດໃນສະພາບງົນປະມານຂອງລັດຖະບານໝົດແລ້ວ

(ພາບປະກອບ: THX/TTXVN)

ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ ລັດຖະບານອາເມລິກາ ຈະປິດປະຕູຍ້ອນງົບປະມານສະຫະລັດໝົດຜົນສັກສິດ. ເຖິງວ່າ, ບັນດາມາດຕະການຊ່ວຍ ອາເມລິກາ ສາມາດຫຼິກລ້ຽງໄດ້ໄພອັນຕະລາຍ ພາໄປເຖິງການປິດປະຕູຍ້ອນງົບປະມານໃຊ້ຈ່າຍໝົດແລ້ວ ໄດ້ຮັບການຮັບຮອງເອົາຈາກສະພາຕ່ຳ, ແຕ່ຮ່າງກົດໝາຍດັ່ງກ່າວບໍ່ໄດ້ຮັບການຮັບຮອງຈາກສະພາສູງ, ດ້ວຍບັດສະໜັບສະໜູນ 50 ບັດ ແລະ 48 ບັດຄ້ານ, ໃນຂະນະທີ່ຕ້ອງມີຢ່າງໜ້ອຍສຸດ 60 ບັດສະໜັບສະໜູນ. ການຜັນແປດັ່ງກ່າວກໍ່ໝາຍຄວາມວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຈະສະເຫຼີມສະຫຼອງ 1 ປີແຫ່ງວັນກຳອຳນາດໃນສະພາບງົນປະມານຂອງລັດຖະບານໝົດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ