ລັດ​ຖະ​ບານ​ເຊັ່ນ​ອະ​ນຸ​ມັດ ​ແຜນ​ຮ່າງສ້າງ ​ສູນ​ຂໍ້​ມູນ ແຫ່ງ​ຊາດ

(VOVWORLD) - ແຜນຮ່າງໄດ້ຍົກອອກເປົ້າໝາຍຮອດປີ 2025, ຫວຽດນາມ ຈະປະຕິບັດສຳເລັດການສ້າງໂດຍພື້ນຖານ ແລະ ນຳເຂົ້າການຂຸດຄົ້ນສາງຂໍ້ມູນສັງລວມ ຂອງສູນ.
ລັດ​ຖະ​ບານ​ເຊັ່ນ​ອະ​ນຸ​ມັດ ​ແຜນ​ຮ່າງສ້າງ ​ສູນ​ຂໍ້​ມູນ ແຫ່ງ​ຊາດ - ảnh 1ພາບປະກອບ: chinhphu.vn

ວັນທີ 30 ຕຸລາ, ລັດຖະບານໄດ້ປະກາດໃຊ້ມະຕິຮັບຮອງເອົາແຜນຮ່າງສ້າງ ສູນຂໍ້ມູນ ແຫ່ງຊາດ. ຕາມນັ້ນແລ້ວ, ຫວຽດນາມ ຈະສ້າງສູນຂໍ້ມູນແຫ່ງຊາດ ດ້ວຍບັນດາມາດຖານແຫ່ງຊາດ ແລະ ສາກົນ, ສອດຄ່ອງກັບທ່າອ່ຽງ ແລະ ສົມກັບລະດັບໂລກ; ເຕົ້າໂຮມ, ຫັນເປັນຄົບຊຸດ, ຮັກສາໄວ້, ຂຸດຄົ້ນ, ແບ່ງປັນ, ວິເຄາະ ແລະ ປະສານງານທຸກຂໍ້ມູນສັງລວມ ຈາກບັນດາຮາກຖານຂໍ້ມູນແຫ່ງຊາດ, ຂໍ້ມູນທີ່ກ່ຽວຂ້ອງເຖິງມະນຸດ (ລວມມີ ຜູ້ຖືສັນຊາດ ຫວຽດນາມ ແລະ ຜູ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວເສດຖະກິດ - ສັງຄົມຢູ່ ຫວຽດນາມ), ເພື່ອແນໃສ່ສ້າງສາງຂໍ້ມູນກ່ຽວກັບມະນຸດ, ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ, ດັດປັບການຮັບໃຊ້ ຂອງອົງການແຫ່ງຊາດ ໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ໜູນຊ່ວຍລັດຖະບານ ໃນວຽກງານຄຸ້ມຄອງແຫ່ງລັດ, ຍົກອອກບັນດານະໂຍບາຍຮັບປະກັນຊີວິດສັງຄົມ ທີ່ກ່ຽວຂ້ອງເຖິງປະກັນໄພ, ສາທາລະນະສຸກ, ການສຶກສາ… ປະກອບສວ່ນຊຸກຍູ້ການພັດທະນາ, ຄວາມກ້າວໜ້າໃຫ້ແກ່ສັງຄົມ.

ແຜນຮ່າງໄດ້ຍົກອອກເປົ້າໝາຍຮອດປີ 2025, ຫວຽດນາມ ຈະປະຕິບັດສຳເລັດການສ້າງໂດຍພື້ນຖານ ແລະ ນຳເຂົ້າການຂຸດຄົ້ນສາງຂໍ້ມູນສັງລວມ ຂອງສູນ; ແຕ່ປີ 2026, ຈະຜັນຂະຫຍາຍປະຕິບັດການວິເຄາະຂໍ້ມູນຢ່າງເລິກເຊິ່ງເພື່ອໜູນຊ່ວຍການສ້າງກົນໄກນະໂຍບາຍ, ແຜນນະໂຍບາຍຍຸດທະສາດພັດທະນາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ