ລັດຖະບານເຫັນດີຕໍ່ບັນດາມາດຕະການຊີ້ນຳພັດທະນາເສດຖະກິດສັງຄົມແຕ່ນີ້ເຖິງປີທ້າຍປີ

ລັດຖະບານເຫັນດີຕໍ່ບັນດາມາດຕະການຊີ້ນຳພັດທະນາເສດຖະກິດສັງຄົມແຕ່ນີ້ເຖິງປີທ້າຍປີ - ảnh 1

(ພາບ: VGP/ເຍິດບັກ)

(vovworld) - ວັນ​ທີ 30/9 ​ແລະ 1/10, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​​ໄດ້ເປັນ​ປະທານ​ວາລະ​ປະຊຸມ​ສາມັນ​ເດືອນ 9  ​ແລະ ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 9 ​ແລະ ​ໃນ 9 ​ເດືອນ​ຜ່ານ​ມາ, ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ຊີ້​ນຳ​ບໍລິຫານ​ພື້ນຖານ​ເສດຖະກິດ ດ້ວຍ​ນຳ້​ໃຈ​ຕັດສິນ​ໃຈ​ບັນລຸ​ບັນດາ​ຕົວ​ເລກ​ຄາດໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້​ໃຫ້​ຢູ່​ໃນ​ລະດັບ​ສູງ​ສຸດ. ​ໃນ​ວາລະ​ປະຊຸມ, ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ປະກອບ​ຄວາມ​ເຫັນ ກໍ່ສ້າງ​ແຜນພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 2016-2020, ​ໃນ​ນັ້ນ​ສູ້​ຊົນ​ເພີ່ມ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍ​ແຕ່ 6,5%-7%/ປີ, ອັດຕາ​ສ່ວນ​ອຸດສາຫະກຳ - ກໍ່ສ້າງ ​ແລະ ການ​ບໍລິການ​ໃນ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ບັນລຸ​ກວ່າ 85%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ​ປະມານ 3.680 USD. ກ່າວ​ຄວາມ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ:

“​ເດັດ​ດຽວ​ສຸມ​ໃສ່​ພັດທະນາ​ກະສິກຳ, ຍົກ​ສູງ​ຊີວິດການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ ​ແລະ ກວດກາ, ຊອກ​ຫາ​ທຸກ​ວິທີ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ບັນດາ​ລັດຖະມົນຕີ​ຕ້ອງ​ເດັດ​ດຽວ​ຊີ້​ນຳ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ​ແກ້​ໄຂ​ໜີ້​ເສຍ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃໝ່, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ຂ້າພະ​ເຈົ້າ​ສະ​ເໜີ​ກະຊວງ​ການ​ເງິນ, ​ຕ້ອງປະຕິ​ຮູບ​ດ້ານສວຍ​ສາ​ອາກອນ, ພາສີ, ປະກັນ​ໄພ ​​ໃຫ້​ບັນລຸ​ລະດັບ​ທຽບ​ເທົ່າ​ກັບ ອາ​ຊຽນ -4“.

ຂ່າວ/ບົດ​ອື່ນ