ລັດຖະບານແກ້ໄຂສະພາບການລົງທຶນບໍ່ມີຈຸດສຸມ, ກະແຈກກະຈາຍ

(VOVWORLD) -ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ, ຈາກ 6.447 ໂຄງການ, ຜ່ານການກວດກາ ບັນດາກະຊວງ, ຂະແໜງການສູນກາງໄດ້ຫຼຸດລົງເຫຼືອພຽງ 5.397 ໂຄງການ.
ລັດຖະບານແກ້ໄຂສະພາບການລົງທຶນບໍ່ມີຈຸດສຸມ, ກະແຈກກະຈາຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: VGP)

ວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການກ່ຽວກັບການອັບເດັດ, ເພີ່ມເຕີມບົດລາຍງານຕີລາຄາໝາກຜົນການປະຕິບັດແຜນການລົງທຶນພາກລັດໄລຍະກາງ 2016-2020 ແລະ ການຄາດຄະເນແຜນການລົງທຶນໄລຍະກາງ 2021-2025 ເພື່ອກະກຽມລາຍງານຕໍ່ບັນດາຂັ້ນມີສິດອຳນາດ.

ບົດລາຍງານທີ່ກອງປະຊຸມ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ, ຈາກ 6.447 ໂຄງການ, ຜ່ານການກວດກາ ບັນດາກະຊວງ, ຂະແໜງການສູນກາງໄດ້ຫຼຸດລົງເຫຼືອພຽງ 5.397 ໂຄງການ. ທາງກະຊວງຈະສຶບຕໍ່ສົມທົບກັບບັນດາກະຊວງ, ອົງການ, ທ້ອງຖິ່ນກວດກາຄືນ ແລະ ຈຳນວນໂຄງການອາດຈະຫຼຸດລົງເຫຼືອປະມານ 5.000 ໂຄງການ.

ເມື່ອເນັ້ນໜັກເຖິງສະພາບລົງທຶນໂດຍບໍ່ມີຈຸດສຸມ, ກະແຈກກະຈາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ຕ້ອງມີຄວາມມານະພະຍາຍາມສູ້ຊົນ, ຫຼຸດຜ່ອນເວລາຜັນຂະຫຍາຍບັນດາໂຄງການລົງທຶນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ກວດກາຄືນຢ່າງລະອຽດ, ສືບຕໍ່ຫຼຸດຈຳນວນໂຄງການທີ່ບໍ່ຈຳເປັນ, ມີປະສິດທິຜົນຕ່ຳໃນແຜນການຄາດຄະເນລົງທຶນພາກລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ