ລັດຖະບານໂກລົມເບຍແລະELNເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ຢູ່ກຸຍບາ

(VOVWORLD) -ວັນທີ 10 ພຶດສະພາ, ລັດຖະບານ ໂກລົມເບຍ ແລະ ກຸ່ມທະຫານປົດປ່ອຍແຫ່ງຊາດ (ELN) ຂອງ ໂກລົມເບຍ ໄດ້ເຊື່ອມຕໍ່ການເຈລະຈາສັນຕິພາບຮອບທີ 5 ຄືນໃໝ່ຢູ່ກຸຍບາ, ພາຍຫຼັງວິວັດການເຈລະຈາໄດ້ເລີ່ມຕົ້ນແຕ່ເດືອນ ກຸມພາ 2017 ນີ້ຖືກຢຸດຕິເມື່ອເດືອນ ເມສາ ຜ່ານມາຢູ່ Ecuador.

ລັດຖະບານໂກລົມເບຍແລະELNເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ຢູ່ກຸຍບາ - ảnh 1ລັດຖະບານໂກລົມເບຍແລະELNເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ຢູ່ກຸຍບາ

(ພາບ: AFP/TTXVN)

ກ່າວຄຳເຫັນເປີດໜ້າໃໝ່ຂອງການເຈລະຈາສັນຕິພາບດັ່ງກ່າວ, ທ່ານ Ivan Mora, ຫົວໜ້າກຸ່ມບັນດານັກອຸປະຖຳ, ອະດີດເອກອັກຄະລັດຖະທູດກຸຍບາ ປະຈຳໂກລົມເບຍ ໃຫ້ຮູ້ວ່າ, ກຸຍບາ ໄດ້ຮັບຄວາມຮຽກຮ້ອງຕ້ອງການລວມຂອງ 2 ຝ່າຍ ແລະ ຈະຕອບສະໜອງຕາມຄວາມຮຽກຮ້ອງດັ່ງກ່າວຢ່າງວ່ອງໄວ ດ້ວຍການມີສະຕິກ່ຽວກັບສະພາບການທີິ່ສັບສົນ ແລະ ຫຍຸ້ງຍາກຂອງວິວັດທະນາການສັນຕິພາບຢູ່ປະເທດອາເມລິກາໃຕ້ ແລະ ຢືນຢັນວ່າ ສັນຕິພາບຢູ່ໂກລົມເບຍ ແມ່ນຄວາມມຸ່ງມາດປາດຖະໜາລວມຂອງທັງພາກພື້ນອາເມລິກາ ລາຕິງ.

        ທ່ານຫົວໜ້າຄະນະເຈລະຈາຂອງລັດຖະບານໂກລົມເບຍ Gustavo Bell ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈມີບັນດາບາດກ້າວຕັດສິນເພື່ອຢຸດຕິການປະທະກັນດ້ານອາວຸດພາຍໃນ ແລະ ຍອມຮັບບັນດາມາດຕະການປະຕິຮູບສັງຄົມທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ