ລັດ​ຖະ​ບານ​ໃໝ່ ປາ​ແລັດ​ສະ​ຕິນ ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ

(VOVWORLD) - ລັດຖະບານໃໝ່ຢູ່ ປາແລັດສະຕິນ, ໂດຍທ່ານ Mohammad Mustafa ເປັນນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະລັດຖະບານຄັ້ງທຳອິດຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນວັນທີ 2 ເມສາ.  
ລັດ​ຖະ​ບານ​ໃໝ່ ປາ​ແລັດ​ສະ​ຕິນ ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ - ảnh 1ຄະນະລັດຖະບານໃໝ່ ປາແລັດສະຕິນ (ພາບ: THX/TTXVN)

ທີ່ກອງປະຊຸມ, ທ່ານ Mustafa ໃຫ້ຮູ້ວ່າ ບັນດາບຸລະມະສິດໃນປັດຈຸບັນຂອງລັດຖະບານໃໝ່, ລວມມີ: “ຫຼຸດຜ່ອນຄວາມເຈັບປວດໃຫ້ແກ່ປະຊາຊົນເຂດ ກາຊາ, ຟື້ນຟູສະຖຽນລະພາບດ້ານການເງິນ, ປະຕິບັດໂຄງການປະຕິຮູບ ແລະ ພັດທະນາການເຄື່ອນໄຫວຂອງບັນດາລະບອບລະບຽບການໃຫ້ມີປະສິດທິຜົນ”. ທ່ານ Mustafa ໃຫ້ຮູ້ຕື່ມອີກວ່າ ລັດຖະບານຂອງທ່ານ ພວມມານະພະຍາຍາມຮຽກຮ້ອງປະຊາຄົມສາກົນອະນຸຍາດໃຫ້ສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ໃນທັນທີ, ບັນລຸໄດ້ຄຳສັ່ງຢຸດຍິງ ແລະ ຟື້ນຟູຄືນໃໝ່.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ທ່ານ Riyad Mansour ທູດພິເສດຂອງ ປາແລັດສະຕິນ ປະຈຳ ສປຊ ໃຫ້ຮູ້ວ່າ ອຳນາດການປົກຄອງ ປາແລັດສະຕິນ ປາດຖະໜາວ່າ ໃນເດືອນນີ້, ສະພາຄວາມໝັ້ນຄົງ ສປຊ ຈະດຳເນີນການປ່ອນບັດເພື່ອໃຫ້ປະເທດນີ້ກາຍເປັນສະມາຊິກທາງການຂອງ ສປຊ ໃນກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບພາກພື້ນຕາເວັນອອກກາງ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 18 ເມສາ. ເຖິງຢ່າງໃດກໍຕາມ, ໄລ່ຮອດປັດຈຸບັນນີ້ ຍັງບໍ່ທັນມີການປ່ອນບັດໃດໆຖືກນຳເຂົ້າໂຄງການດຳເນີນງານ.

ຕອບກັບ

ຂ່າວ/ບົດ​ອື່ນ