ລັດຖະບານໃໝ່ຂອງ ອີຕາລີ ສະບານຕົວເຂົ້າດຳລົງຕຳແໜ່ງ

(VOVWORLD) - ທ່ານນາງໄດ້ປະກາດບັນຊີລາຍຊື່ຄະນະລັດຖະບານຊຸດໃໝ່ ພາຍຫຼັງທີ່ປະທານາທິບໍດີໄດ້ຮັບຮອງເອົາ. ຄະນະລັດຖະບານໃໝ່ຂອງທ່ານນາງລວມມີລັດຖະມົນຕີ 24 ທ່ານ, ຫຼາຍກ່ວາ 1 ທ່ານເມື່ອທຽບໃສ່ລັດຖະບານຊຸດກ່ອນຂອງທ່ານ Mario Draghi, ໃນນັ້ນມີລັດຖະມົນຕີຍິງ 6 ທ່ານ.
ລັດຖະບານໃໝ່ຂອງ ອີຕາລີ ສະບານຕົວເຂົ້າດຳລົງຕຳແໜ່ງ - ảnh 1ທ່ານນາງນາຍົກລັດຖະມົນຕີ Giorgia Meloni ແລະ ທ່ານປະທານາທິບໍດີ ອີຕາລີ Sergio Mattarella ເຂົ້າຮ່ວມພິທີສະບານຕົວເຂົ້າດຳລົງຕຳແໜ່ງ
(ພາບ: Guglielmo Mangiapane/Reuters)

ວັນທີ 22 ຕຸລາ, ທ່ານນາງ Giorgia Meloni ໄດ້ສະບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການ, ກາຍເປັນນາຍົກລັດຖະມົນຕີຍິງຄົນທຳອິດຂອງ ອີຕາລີ. ທ່ານນາງ Meloni ແມ່ນຜູ້ນຳຂອງສຳພັນທະມິດຝ່າຍຂວາ, ເຊິ່ງລວມມີ 3 ພັກການເມືອງອ້າຍນ້ອງ ອີຕາລີ (FdI), ສະຫະພັນ ແລະ  Forza Italia (FI) ຍາດໄດ້ທີ່ນັ່ງສ່ວນຫຼາຍໃນທັງສະພາສູງ ແລະ ສະພາຕ່ຳ ພາຍຫຼັງການເລືອກຕັ້ງໃນວັນທີ 25 ກັນຍາ. ວັນທີ 21 ຕຸລາ, ທ່ານປະທານາທິບໍດີ ອີຕາລີ  Sergio Mattarella ໄດ້ມອບໃຫ້ທ່ານນາງ Meloni ໜ້າທີ່ສ້າງຕັ້ງລັດຖະບານໃໝ່ ແລະ ທ່ານນາງໄດ້ປະກາດບັນຊີລາຍຊື່ຄະນະລັດຖະບານຊຸດໃໝ່ ພາຍຫຼັງທີ່ປະທານາທິບໍດີໄດ້ຮັບຮອງເອົາ. ຄະນະລັດຖະບານໃໝ່ຂອງທ່ານນາງລວມມີລັດຖະມົນຕີ 24 ທ່ານ, ຫຼາຍກ່ວາ 1 ທ່ານເມື່ອທຽບໃສ່ລັດຖະບານຊຸດກ່ອນຂອງທ່ານ Mario Draghi, ໃນນັ້ນມີລັດຖະມົນຕີຍິງ 6 ທ່ານ.

ລັດຖະບານໄດ້ຮັບດຳລົງຕຳແໜ່ງໃນສະພາບການ ອີຕາລີ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ທັງຢູ່ໃນລະດັບປະເທດຊາດ ແລະ ສາກົນ, ຄືໄພເງິນເຟີ້ເພີ່ມຂຶ້ນ, ໜີ້ສາທາລະນະ, ວິກິດການພະລັງງານ, ປະຕິຮູບ ເອີລົບ ແລະ ການປະທະກັນ ຢູແກຼນ. ສິ່ງທ້າທາຍທຳອິດຂອງລັດຖະບານຊຸດໃຫມ່ ແມ່ນຮ່າງແຜນການງົບປະມານປີ 2023 ຕ້ອງໄດ້ຮັບຮອງເອົາໃນທ້າຍປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ