ລັດຖະບານໃໝ່ຂອງ ໂປໂລຍ ເຄື່ອນໄຫວຢ່າງເປັນທາງການ

(VOVWORLD) - ດ້ວຍຄໍາໝັ້ນສັນຍາ ເຮັດໃຫ້ ໂປໂລຍ ກາຍເປັນປະເທດທີ່ເປັນໜ້າດໍາລົງຊີວິດຢູ່ເອີຣົບ, ທ່ານນາຍົກລັດຖະມົນຕີ Mateusz Morawiecki ແລະ ລັດຖະບານໃໝ່ຂອງ ທ່ານ ໄດ້ຜ່ານຜ່າການປ່ອນບັດໄວ້ວາງໃຈ ຢູ່ສະພາຕໍ່າ ເພື່ອບໍລິຫານວຽກງານຂອງປະເທດໃນອາຍຸການ 4 ປີ ພາຍຫຼັງການເລືອກຕັ້ງທົ່ວປະເທດ ຢ່າງເປັນທາງການ.
ລັດຖະບານໃໝ່ຂອງ ໂປໂລຍ ເຄື່ອນໄຫວຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ Mateusz Morawiecki (ພາບ: PAP)

        ກ່າວຄໍາເຫັນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ Mateusz Morawiecki ຢັ້ງຢືນວ່າ ການຮັກສາທ່າເຕີບໂຕເສດຖະກິດຢ່າງແຮງ ແມ່ນເປົ້າໝາຍຕົ້ນຕໍຂອງລັດຖະບານໃໝ່, ເພື່ອແນໃສ່ນໍາ ປະເທດ ໂປໂລຍ ຄ່ອຍໆຍັບເຂົ້າໃກ້ຄ່າຄອງຊີບຂອງບັນດາປະເທດເອີລົບຕາເວັນອອກ ເທື່ອລະກ້າວ, ເຮັດໃຫ້ ໂປໂລຍ ກາຍເປັນປະເທດທີ່ເປັນໜ້າດໍາລົງຊີວິດທີ່ສຸດໃນ ເອີຣົບ. ລັດຖະບານ ຈະສືບຕໍ່ເພີ່ມອັດຕາຖືກໍາມະສິດທຶນຮອນຢູ່ບັນດາລັດວິສາຫະກິດ, ຫັນລະບົບພາສີອາກອນແຫ່ງຊາດເປັນງ່າຍດາຍ ແລະ ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ.

        ລັດຖະບານໃໝ່ ໂດຍ ພັກກົດໝາຍ ແລະ ຍຸຕິທໍານໍາພາ.

ນັກຂ່າວ VOV ປະຈໍາ ເຊັກໂກ


ຕອບກັບ

ຂ່າວ/ບົດ​ອື່ນ