ລັດຖະບານໃໝ່ຂອງຊູດານ ສະບານຕົວຮັບດຳລົງຕຳແໜ່ງ

(VOVWORLD) -ວັນທີ 15 ກັນຍາ, ຄະນະລັດຖະບານໃໝ່ຂອງຊູດານ ລວມມີສະມາຊິກ 21 ທ່ານ ໄດ້ສະບານຕົວຮັບດຳລົງຕຳແໜ່ງ, ໃນນັ້ນມີທ່ານນາຍົກລັດຖະມົນຕີ Moutaz Mousa Abdallah ທັງເປັນລັດຖະມົນຕີກະຊວງການເງິນ ໃນຄວາມມານະພະຍາຍາມເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດທີ່ອ່ອນດ້ອຍຄືໃນປະຈຸບັນ.

ລັດຖະບານໃໝ່ຂອງຊູດານ ສະບານຕົວຮັບດຳລົງຕຳແໜ່ງ - ảnh 1ລັດຖະບານໃໝ່ຂອງຊູດານ ສະບານຕົວຮັບດຳລົງຕຳແໜ່ງ

(ພາບ: THX/TTXVN))

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Omar Al Bashir ໄດ້ແຕ່ງຕັ້ງທ່ານ Abdallah Hamdok ດຳລົງຕຳແໜ່ງລັດຖະມົນຕີການເງິນ, ແຕ່ທ່ານ Abdallah Hamdok ໄດ້ປະຕິເສດຮັບດຳລົງຕຳແໜ່ງດັ່ງກ່າວ. ໃນຖະແຫຼງການໜຶ່ງ, ທ່ານປະທານາທິບໍດີ Omar Al Bashir ເນັ້ນໜັກວ່າ, ປະຊາຊົນຊູດັງ ໄດ້ຕັ້ງຄວາມຫວັງຢ່າງຫຼວງຫຼາຍຕໍ່ລັດຖະບານໃໝ່ ແລະ ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດໃນປະຈຸບັນແມ່ນການແກ້ໄຂສະພາບເສດຖະກິດ. ທ່ານເຊື່ອໝັ້ນວ່າ, ລັດຖະບານໃໝ່ຈະນຳໃຊ້ປະສິດທິຜົນແຫຼ່ງກຳລັງເພື່ອແກ້ໄຂບັນດາບັນຫານີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ