ລັດ​ຖະ​ບານ​ໃໝ​່​ຂອງ​ອິດ​ສະ​ລາ​ແອັນ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

(VOVWORLD) -    ວັນທີ 17 ພຶດສະພາ, ລັດຖະບານສຳພັນທະມິດຂອງອິດສະລາແອນ ລະຫວ່າງ ພັກ Likud ຂອງ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ແລະພັກຂຽວ - ຂາວຂອງທ່ານ Benny Gantzໄດ້ສາບານຕົວຮັບດຳລົງຕຳແໜ່ງ. 
ລັດ​ຖະ​ບານ​ໃໝ​່​ຂອງ​ອິດ​ສະ​ລາ​ແອັນ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ - ảnh 1ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ແລະທ່ານ Benny Gantz (ພາບ: TTXVN)

ການກະທຳນີ້ໄດ້ຢຸດຕິສະພາບການຈົນຕາແຈທາງດ້ານການເມືອງທີ່ແກ່ຍາວມາເປັນເວລາກ່ວາ 1 ປີ ໃນສະພາບການທີ່ທ່ານ ຈະຕ້ອງຂຶ້ນສານຍ້ອນບັນດາຂໍ້ກ່າວຫາສໍ້ລາດບັງຫຼວງ.

ຕາມຂໍ້ຕົກລົງແບ່ງສິດອຳນາດແລ້ວ, ທ່ານ Netanyahu ຈະສືບຕໍ່ຮັກສາຕຳແໜ່ງນາຍົກລັດຖະມົນຕີໃນເວລາ 18 ເດືອນກ່ອນທີ່ຈະມອບໂອນອຳນາດໃຫ້ແກ່ທ່ານ Benny Gantz. ສ່ວນທ່ານ Benny Gantz ຈະດຳເລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດໃນໄລຍະເວລາທີ່ທ່ານ Benjamin Netanyahu ກຳອຳນາດ. ໃນ 6 ເດືອນທຳອິດ, ລັດຖະບານໃໝ່ຂອງອິດສະລາແອັນຈະມີລັດຖະມົນຕີ 32 ທ່ານ, ໂດຍແບ່ງໃຫ້2ຝ່າຍ ຂອງທ່ານ Netanyahu ແລະ ທ່ານ Benny Gantz

ຕອບກັບ

ຂ່າວ/ບົດ​ອື່ນ