ລັດຖະມົນຕີ G7 ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາຮ້ອນເຮັ່ງຂອງໂລກ

(VOVWORLD) -ສິ້ນສຸດກອງປະຊຸມທີ່ດຳເນີນເປັນເວລາ 2 ວັນຢູ່ທາງພາກເໜືອປະເທດຝລັ່ງ, ວັນທີ 06 ເມສາ, ລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ໄດ້ອອກຖະແຫຼງການຮ່ວມ ເຕື້ອງເຖິງຫຼາຍບັນຫາຮ້ອນເຮັ່ງຂອງໂລກ.

ລັດຖະມົນຕີ G7 ອອກຖະແຫຼງການຮ່ວມກ່ຽວກັບຫຼາຍບັນຫາຮ້ອນເຮັ່ງຂອງໂລກ - ảnh 1 ລັດຖະມົນຕີການຕ່າງປະເທດກຸ່ມ G7

(ພາບ:  AFP/TTXVN)

ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ, G7 ໄດ້ຢືນຢັນຄວາມສຳຄັນຂອງການປະຕິບັດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດສຳລັບພຽງຢາງ ຢ່າງຄົບຖ້ວນ, ໃນຄວາມມານະພະຍາຍາມບັງຄັບໃຫ້ປະເທດນີ້ຕ້ອງຍົກເລີກໂຄງການນິວເຄຼຍ. ນອກນັ້ນ, ກໍຕາມທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລ້ວ, G7 ໄດ້ກະຕຸກຊຸກຍູ້ສປປ.ເກົາຫຼີ ແກ້ໄຂບັນຫາລອກຈັບຕົວພົນລະເມືອງຍີ່ປຸ່ນ ເມື່ອປີ 1970 – 1980 ຂອງສະໄໝກ່ອນ.

        ກ່ຽວຂ້ອງເຖິງເລື່ອງ ຈີນ ຫັນບັນດາດ່ານໜ້າເປັນການເຄື່ອນໄຫວດ້ານການທະຫານ ຢູ່ບັນດາເຂດຂັດແຍ້ງກັນຂອງທະເລຕາເວັນອອກ ແລະ ຄາດວ່າຈະມີແຜນເຮັດໃຫ້ການຄວບຄຸມຂອງຍີ່ປຸ່ນ ຖືກອ່ອນແອລົງ ສຳລັບໝູ່ເກາະ Senkaku ເຊິ່ງປັກກິງ ເອີ້ນວ່າ ຕຽວອີ ຢູ່ທະລາຮວາຕຸງ, G7 ໄດ້ອອກສຽງຄັດຄ້ານທຸກການກະທຳພຽງລຳພັງຝ່າຍດຽວ ເຮັດໃຫ້ເກີດສະພາບຂາດສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ບັນດາຫຼັກການຂອງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ