ລັດຖະມົນຕີ Vu Duc Dam ພົບປະກັບຮອງນາຍົກລັດຖະມົນຕີກຳປູເຈຍ

ລັດຖະມົນຕີ Vu Duc Dam ພົບປະກັບຮອງນາຍົກລັດຖະມົນຕີກຳປູເຈຍ - ảnh 1
ລັດຖະມົນຕີ Vu Duc Dam ແລະ ຮອງນາຍົກລັດຖະມົນຕີ Sok An
(ພາບ: chinhphu.vn)

(vovworld) - ຢູ່ນອກ​ກອງ​ປະຊຸມສຸດ​ອາ​ຊຽນ ຄັ້ງ​ທີ 20, ວັນ​ທີ 3/4, ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານຫວຽດນາມ Vu Duc Dam ​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ Sok An , ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຫ້ອງ​ວ່າການ​ສະພາ​ລັດຖະມົນຕີ​ກຳປູ​ເຈຍ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ Sok An ​ແລະ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ Vu Duc Dam  ​ໄດ້ຢືນຢັນ​ວ່າ​ດ້ວຍ​ບົດບາດໜ້າ​ທີ່​ຊ່ວຍ​ວຽກ​ໃຫ້​ແກ່​ລັດຖະບານ ​ແລະ ນາຍົກລັດຖະມົນຕີ 2 ປະ​ເທດ, 2 ຫ້ອງ​ວ່າການ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງລັດຖະບານ ​ແລະ ນາຍົກລັດຖະມົນຕີ 2 ປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Sok An ​ແລະ ທ່ານລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ Vu Duc Dam ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ການ​ນຳ 2 ​ຫ້ອງ​ວ່າການ​ເພື່ອ​ປະກອບສ່ວນ​​ເພີ່ມ​ພູມ​ຄຸນ​ສ້າງ​ໃຫ້​ແກ່​ນຳ​້ໃຈມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຢ່າງ​ແທ້​ຈິງ, ​ກ່ອນ​ອື່ນ​ໝົດ​ແມ່ນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ.

 

ຂ່າວ/ບົດ​ອື່ນ