ລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ວູ້ຮີຮ່ວາງ ຕອບຄຳຊັກຖາມບັນດາ ສ.ສ.ຊ

ລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ວູ້ຮີຮ່ວາງ ຕອບຄຳຊັກຖາມບັນດາ ສ.ສ.ຊ - ảnh 1
ລັດຖະມົນຕີ ກະຊວງອຸດສາຫະກຳການຄ້າ ວູ້ຮີຮ່ວາງ ຕອບຄຳຊັກຖາມບັນດາ ສ.ສ.ຊ    (ພາບ: baodientuchinhphu)

(vovworld)- ຕອນບ່າຍວັນທີ 17/11, ໂດຍພາຍໃຕ້ການປະທານ ຂອງທ່ານປະທານ ສະພາ ແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ, ສະພາແຫ່ງຊາດ ຫວຽດນາມໄດ້ເລີ່ມຕົ້ນການຊັກຖາມ ບັນດາ ສະມາຊິກລັດຖະບານ. ເມື່ອຕອບ ຄຳຖາມຂອງບັນດາ ສ.ສ.ຊ ກ່ຽວກັບນະໂຍບາຍພັດທະນາຂົງເຂດ ອຸດສາຫະກຳໜູນຊ່ວຍຄື ປະກອບ​ລົດ​ໂອ​ໂຕ, ​ໄຟຟ້າ, ​ເອ​ເລັກ​ໂຕ​ນິກ….,ທ່ານ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ​ການ​ຄ້າ ວູ້ຮີ​ຮ່ວາງ​ຖື​ວ່າ ​ເຖິງ​ວ່າ​ຂະ​ແໜງອຸດສາຫະກຳ​ໜູນ​ຊ່ວຍ​ຂອງ​ຫວຽດນາມ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ​ກໍ​ຕາມ, ​​ແຕ່​ໃນ​ບາງ​ຂົງ​ເຂດ, ຂະ​​ແໜງ​ອຸດສາຫະກຳ​ນີ້​ໄດ້​ບັນລຸ​ໝາກຜົນ​ທີ່​ໜ້າ​ຊື່ນ​ຊົມ. ທ່ານ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ​ການ​ຄ້າ ວູ້ຮີ​ຮ່ວາງ​ ຖື​ວ່າ 

   “ ນອກຈາກ​ເລື່ອງ​ສ້າງ​ຂອບ​ເຂດ​ກົດ​ໝາຍ​ໃຫ້​ສົມບູນ​ແບບ, ພວກ​ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງ​ວ່າ ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ສະພາແຫ່ງຊາດຫວຽດນາມຈະ​ຮັບຮອງ​ເອົາຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີບ​ບາງ​ຂໍ້​ມາດຕາ​ຂອງ​ກົດ​ຫມາຍວ່າ​ດ້ວຍ​ສ່ວຍສາ​ອາກອນ, ​ໃນ​ນັ້ນ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງອຸດສາຫະກຳ​ໜູນ​ຊ່ວຍ. ນັ້ນ​ແມ່ນ​ກ່ຽວ​ກັບ​ການ​ໃຫ້​ບຸລິມະສິດ​ໃນ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ, ກໍ​ຄື ອາກອນ​ລາຍ​ຮັບສ່ວນ​ບຸກຄົນ​ເພື່ອ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ເຂົ້າມາ​ຊ່ວຍ​ຫວຽດນາມ​ໃນ​ການ​ພັດທະນາ ອຸດສາຫະກຳ​ໜູນ​ຊ່ວຍ. ນີ້​ແມ່ນ​ເງື່ອນ​ໄຂ​ສຳຄັນ ​ເພື່ອ​ຊຸກຍູ້​ການ​ພັດທະນາ ອຸດສາຫະກຳ​ໜູນ​ຊ່ວຍ”

  ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ເລກທີ 62 ຂອງ ສະພາແຫ່ງຊາດ ຫວຽດນາມ​ໃນ​ການ​ກວດກາ, ວາງ​ແຜນ​ກຳນົດ​ບັນດາ​ໂຮງງານ​ໄຟຟ້າ​ນຳ້ຕົກ. ທ່ານ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ​ການ​ຄ້າ ວູ້ຮີ​ຮ່ວາງ​ ຢືນຢັນ​ວ່າ ຜ່ານ 1 ປີ​ແຫ່ງ​ການ​ປະຕິບັດ​ມະຕິ 62 ​ໄດ້​ສຳ​ເລັດ​ການ​ກວດກາ, ວາງ​ແຜນ​ກຳນົດ​ບັນດາ​ໂຮງງານ​ໄຟຟ້າ​ນຳ້ຕົກ​ໂດຍ​ພື້ນ​ຖານ. ທ່ານ​ກ່າວ​ວ່າ : 

  “  ກ່ອນ​ທີ່​ອອກມະຕິ 62 , ພວກ​ຂ້າພະ​ເຈົ້າ​ໄດ້​ປັດ​ເຂ່ຍ​ໂຄງການ​ໂຮງງານ​ໄຟຟ້າ​ນຳ້ຕົກກວ່າ 400 ສະບັບ​ອອກ​ຈາກ​ແຜນ​ກຳນົດ. ພາຍຫຼັງ​ທີ່ ມະຕິ 62​ໄດ້​ຮັບ​ການ​ປະກາດ​ໃຊ້, ບັນດາ​ອົງການ​ທີ່​ມີໜ້າ​ທີ ຮັບຜິດຊອບ ໄດ້​ປັດ​ເຂ່ຍ​ 15 ໂຄງການ ພ້ອມ​ກັບ 47 ​ໂຄງການ​ອື່ນ​ທີ່​ຍັງ​ບໍ່​ທັນ​ມີ​ນັກ​ລົງທຶນ ກໍ​ຖືກ​ບັນດາ​ທ້ອງ​ຖິ່ນ​ປັດ​ເຂ່​ຍອອກ​ຈາກ​ແຜນ​ກຳນົດ. ມະຕິ 62 ​ໄດ້​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ນັກ​ລົງທຶນ​ໃນ​ການ​ກໍ່ສ້າງ, ​ເຄື່ອນ​ໄຫວ, ຄຸ້ມ​ຄອງ​​ບັນດາ​ໂຄງການ​ໂຮງງານ​ໄຟຟ້າ​ນຳ້ຕົກ​”

ຂ່າວ/ບົດ​ອື່ນ