ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ

(VOVWORLD) -ຕອນເຊົ້າວັນທີ 04 ສິງຫາ, ຈາກຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ . ມີ ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ Subrahmanyam Jaishankar  ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກໍໄດ້ພ້ອມກັນເຂົ້າຮ່ວມ.
ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ      ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ  - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ແບບທາງໄກ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີອິນເດຍຈົ່ງສືບຕໍ່ຊ່ວຍໜູນ, ສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ສົ່ງເສີມອິນເດຍຊ່ວຍໜູນບັນດາປະເທດອາຊຽນໝູນໃຊ້ຜົນງານທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ນະວັດຕະກຳໃຫ້ແກ່ຂະບວນວິວັດຟື້ນຟູ ແລະ ເຕີບໂຕ, ພ້ອມທັງມີຄວາມຫວັງຢາກສົມທົບກັບອີນເດຍເພື່ອສືບຕໍ່ສ້າງເງື່ອນໄຂສະດວກໃນການແລກປ່ຽນການຄ້າ ແລະ ການລົງທຶນ, ຮັກສາລະບົບການສະໜອງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ