ລັດຖະມົນຕີ ການາດາ ຍູ້ແຮງການພົວພັນກັບ ເຢຍລະມັນ, ຝຣັ່ງ ແລະ ຢູແກຼນ

(VOVWORLD) - ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland ໄດ້ເດີນທາງໄປຢ້ຽມຢາມ 3 ປະເທດ ນັ້ນແມ່ນ ເຢຍລະມັນ, ຝຣັ່ງ ແລະ ຢູແກຼນ ໃນລະຫວ່າງວັນທີ 26 – 30 ສິງຫາ
ລັດຖະມົນຕີ ການາດາ ຍູ້ແຮງການພົວພັນກັບ ເຢຍລະມັນ, ຝຣັ່ງ ແລະ ຢູແກຼນ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland (ພາບ: AFP/TTXVN)

ແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ຫຼັກການ. ທ່ານນາງ Chrystia Freeland ຈະພົບປະກັບຄູ່ຕຳແໜ່ງປະເທດເຈົ້າພາບ ແລະ ເຈົ້າໜ້າທີ່ຂັ້ນສູງອື່ນບາງທ່ານ. ສະເພາະຢູ່ ຢູແກຼນ, ທ່ານນາງ Chrystia Freeland  ຍັງມີການພົບປະກັບທ່ານປະທານາທິບໍດີ Petro Poroshenko ແລະ ທ່ານນາຍົກລັດຖະມົນຕີ Volodymyr Groysman. ຕາມແຜນການ, ທ່ານນາງ Freeland ຈະຢ້ຽມຢາມ ເຢຍລະມັນ ແຕ່ວັນທີ 26 – 27 ສິງຫາ, ຢ້ຽມຢາມ ຢູແກຼນ ໃນວັນທີ 28 ສິງຫາ ແລະ ຢ້ຽມຢາມ ຝຣັ່ງ ແຕ່ວັນທີ 29 – 30 ສິງຫາ.

ກ່າວຄຳເຫັນກ່ອນທີ່ເດີນທາງໄປຢ້ຽມຢາມ, ທ່ານນາງ Chrystia Freeland ໃຫ້ຮູ້ວ່າ: ທັງ 3 ປະເທດລ້ວນແຕ່ມີການພົວພັນແບບພິເສດກັບ ການາດາ. ທ່ານນາງສະແດງຄວາມເຊືີ່ອໝັ້ນວ່າ ບັນດາການພົວພັນນີ້ ຈະຊ່ວຍໃຫ້ ການາດາ ແລະ ບັນດາຄູ່ຮ່ວມມືຊຸກຍູ້ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍອີງໃສ່ກົດໝາຍສາກົນ, ຮັກສາສັນຕິພາບ ແລະ ວັດທະນາຖາວອນໃຫ້ບັນດາຝ່າຍທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ