ລັດ​ຖະ​ມົນ​ຕີ ບັນ​ດາ​ປະ​ເທດ G20 ສະ​ໜັ​ບ​ສະ​ໜູນ​ວິ​ທີ​ການ​ສອງ​ລັດ​ໃຫ້​ແກ່​ບັນ​ດາ ອິ​ດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) - ປະເທດສະມາຊິກ G20 ຈຳນວນໜຶ່ງ ໄດ້ຮຽກຮ້ອງຄຳສັ່ງຢຸດຍິງ ແລະ ອະນຸຍາດການໜູນຊ່ວຍດ້ານມະນຸດສະທຳເຂົ້າເຖິງເຂດ ກາຊາ, ໃນຂະນະທີ່ມີຫຼາຍປະເທດອື່ນໆ ໄດ້ຕຳໜິຕິຕຽນ ບັ້ນການທະຫານຂອງ ອິດສະລາແອັນ ຢູ່ເຂດ Rafah.  
ລັດ​ຖະ​ມົນ​ຕີ ບັນ​ດາ​ປະ​ເທດ G20 ສະ​ໜັ​ບ​ສະ​ໜູນ​ວິ​ທີ​ການ​ສອງ​ລັດ​ໃຫ້​ແກ່​ບັນ​ດາ ອິ​ດ​ສະ​ລາ​ແອັນ - ປາ​ແລັດ​ສະ​ຕິນ - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 (ພາບ: AA/TTXVN)

ກ່າວຄຳເຫັນທີ່ວາລະອັດກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ຢູ່ນະຄອນ Rio De Janeiro, ທ່ານ Mauro Vieira, ລັດຖະມົນຕີການຕ່າງປະເທດ ບຣາຊິນໂດຍແມ່ນປະເທດປະທານກອງປະຊຸມ ໃຫ້ຮູ້ວ່າ ບັນດາປະເທດສະມາຊິກ G20 ຖືວ່າ ວິທີການສອງລັດ ແມ່ນເສັ້ນທາງໜຶ່ງດຽວທີ່ຈະພາໄປເຖິງສັນຕິພາບໃນການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Vieira ແລ້ວ, ມີປະເທດສະມາຊິກ G20 ຈຳນວນໜຶ່ງ ໄດ້ຮຽກຮ້ອງຄຳສັ່ງຢຸດຍິງ ແລະ ອະນຸຍາດການໜູນຊ່ວຍດ້ານມະນຸດສະທຳເຂົ້າເຖິງເຂດ ກາຊາ, ໃນຂະນະທີ່ມີຫຼາຍປະເທດອື່ນໆ ໄດ້ຕຳໜິຕິຕຽນ ບັ້ນການທະຫານຂອງ ອິດສະລາແອັນ ຢູ່ເຂດ Rafah.  

ໃນວັນດຽວກັນ ອິດສະລາແອັນ ໄດ້ດຳເນີນການບຸກໂຈມຕີທາງ ອາກາດ ເລັ່ງໃສ່ນະຄອນ Rafah ຢູ່ທາງທິດໃຕ້ຂອງເຂດ ກາຊາ ໃນສະພາບການບັນດາປະເທດໃນພາກພື້ນ ແລະ ຝ່າຍຕາເວັນຕົກພວມມານະພະຍາຍາມຊຸກຍູ້ການເຈລະຈາຄັ້ງຕ່າງໆ ແນໃສ່ ບັນລຸຂໍ້ຕົກລົງຢຸດຍິງ ແບະ ປ່ອຍຕົວປະກັນ. ຕາມອົງການປ້ອງກັນພົນລະເຮືອນ ຢູ່ເຂດ ກາຊາແລ້ວ, ການບຸກໂຈມຕີໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ