ລັດຖະມົນຕີ ສອງທ່ານ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/6, ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມສົນ​ໃຈ.

ລັດຖະມົນຕີ ສອງທ່ານ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ - ảnh 1
ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ
ພາບ: baomoi.com

​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ການ​ຄ້າ ​ແລະ ນຳ​ເຂົ້າ​ສົ່ງ​ອອກ, ຮັກສາ​ລາຄາ​ໃນ​ທ້ອງ​ຕະຫລາດ​ເປັນ​ປົກກະຕິ, ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດ​ເສດຖະກິດ​ຈຳນວນ​ຫນຶ່ງ​ກໍ​ຄື​ເລື່ອງ​ຍົກ​ເລີກ​ສິດ​ຜູກຂາດ​ຂອງ​ຂະ​ແຫນງ​ໄຟຟ້າ, ນ້ຳມັນ​ອາຍ​ແກ​ສ ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​​ໃນ​ວາລະ​ຊັກ​ຖາມ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ Vu Huy Hoang. ສຳລັບ​ບັນຫາ​ຄວບ​ຄຸມ​ຕະຫລາດ, ສະພາບ​ສໍ້​ໂກງ​ການ​ຄ້າ, ຫນີ​ພາສີ, ຕາມ​ທ່ານ ລັດຖະມົນຕີ Vu Huy Hoang ​ແລ້ວ, ມາດ​ຕະການ​ແກ້​ໄຂ​ນັ້ນ​ແມ່ນ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ເພື່ອ​ມີ​ມາດ​ຕະການ​ຂ້ຽວຂາດ​ເຮັດ​ໃຫ້ ​ການ​ສໍ້​ໂກງ​ການ​ຄ້າ​ຫລຸດຜ່ອນລົງ​ເທື່ອ​ລະ​ກ້າວ. ທ່ານ ລັດຖະມົນຕີ Vu Huy Hoang ກໍ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະພາບ​ແກ່​ຍາວ​ສິດ​ຜູກຂາດ​ຂອງ​ຂະ​ແຫນງ​ໄຟຟ້າ, ນ້ຳມັນ​ອາຍ​ແກ​ສ ພ້ອມ​ທັງ​ໝັ້ນ​ໝາຍ​ຈະ​ມີ​ວິວັດການ​ເພື່ອ​ລົບ​ລ້າງ​ສະພາບ​ການ​ນີ້. ທ່ານ ລັດຖະມົນຕີ Vu Huy Hoang ກ່າວ​ວ່າ:

        “​ແຕ່​ວັນ​ທີ 1/7/2012 ຈະ​ອະນຸຍາດ​ໃຫ້​ດຳ​ເນີນ​ທຸລະ​ກິດໄຟຟ້າ​ແບບ​ແກ້ງ​ແຍ້​ງ​ຢ່າງ​ເປັນ​ທາງ​ການ. ປີ 2014 ຈະ​​ເປີດ​ຕະຫລາດ​ຂາຍຍົກ​ໄຟຟ້າ​ແກ້​ງ​ແຍ້​ງ ​ແລະ ຮອດ​ປີ 2012 ຈະ​ປະຕິບັດ​ການ​ຂາຍຍ່ອຍ​ໄຟຟ້າ. ສຳລັບ​ນ້ຳມັນ​ອາຍ​ແກ​ສກໍ​​ເຊັ່ນ​ດຽວກັນ. ປະຈຸ​ບັນ ນ້ຳມັນ​ອາຍ​ແກ​ສ​ພວມ​ໄດ້​ຮັບ​ການຄຸ້ມ​ຄອງ​ຕາມ​ດຳລັດ​ເລກທີ 84 ກ່ຽວ​ກັບ​ລາຄາ​ນ້ຳມັນ​ອາຍ​ແກ​ສ ​ແລະ ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ການຕະຫລາດ​ໂດ​ຍມີ​ການ​ບໍລິຫານ​ຂອງ​ລັດ.”

ສຳລັບ​ອຸດສາຫະກຳ​ສຳຮອງ​ຍັງ​ພັດທະນາ​ຢ່າງ​ຊັກ​ຊ້າ, ຕາມ ທ່ານ ລັດຖະມົນຕີ Vu Huy Hoang ​ແລ້ວ ຄວນ​ແກ້​ໄຂ​ດ້ວຍ​ວິທີ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ບັນດາ​ປະ​ເທດ​ພັດທະນາ​ຢູ່​​ໃນ​ໂລກ ຄຽງ​ຄູ່​ກັນ​ນັ້ນ​ຍົກ​ສູງ​ອັດຕາ​ສ່ວນ​ຜະລິດ​ສິນຄ້າ​ພາຍ​ໃນ​ປະ​ເທດ. ກ່ຽວ​ກັບ​ບັນຫາ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ທ່ານ ລັດຖະມົນຕີ Vu Huy Hoang ຖື​ວ່າ: ວິ​ສາ​ຫະກິດ​ເອງ​ຕ້ອງ​ເປັ​ນ​ເຈົ້າ​ການ​ເພື່ອ​ຊອກ​ມາດ​ຕະການ​ຂາຍ​ສິນຄ້າ. ລັດ, ປະຊາຊົນ ​ແລະ ວິ​ສາ​ຫະກິດ​ພ້ອມ​ກັນ​ສົມທົບ​ກັນ​ປະຕິບັດ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ກໍ​ຄື​ພັດທະນາ​ຕະຫລາດ, ທ່ານ ລັດຖະມົນຕີ Vu Huy Hoang ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຕ້ອງ​ຊຸກຍູ້ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ນັ້ນ​ແມ່ນ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ພາຍ​ໃນ​ປະ​ເທດ, ​​ສົ່ງ​ເສີມການ​ສົ່ງ​ອອກ ​ແລະ ​ສົ່ງ​ເສີມ​ການ​ຄ້າ​ຢູ່ເຂດ​ພູດ​ອຍ, ​ເຂດຊາຍ​ແດນ. ພວກ​ຂ້າພະ​ເຈົ້າ​ພວມ​ຕັ້ງຫນ້າ​ປະຕິບັດ​ໂຄງການ​ນີ້​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຈຳຫນ່າຍ​ຜະລິດ​ຕະພັນໄດ້​. ທີ​ສອງ​ແມ່ນ​ເພີ່ມ​ທະວີ​ປະສິດທິ​ຜົນ​ໂຄງການ​ຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ ​ແລະ ຈຳກັດ​ການ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຈຳຫນ່າຍ​ສິນຄ້າ​ໄດ້. ຖ້າ​ຫາກ​ປະສານສົມທົບ​ ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ເງິນ, ສິນຄ້າ, ການ​ລົງທຶນຢ່າງ​ຄົບ​ຊຸດ​ …. ສິນຄ້າ​ຄ້າງ​ສາງ​ຈະ​ຄອ່ຍໆ​ຫລຸດລົງ.”

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ Tran Dai Quang ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ (ສສຊ). ກ່ຽວ​ກັບ​ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​, ຄວາມ​ປອດ​ໄພ​ທາງ​ສັງຄົມ, ທ່ານ ລັດຖະມົນຕີ Tran Dai Quang ​ເນັ້ນ​ຫນັກ​ວ່າ: ປະຈຸ​ບັນ ສະພາບ​ການ​ອາດຊະຍາ​ກຳຍັງ​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ເປັນ​ຕົ້ນ​ແມ່ນ​ອາດຊະຍາ​ກຳ​ມີ​ການຈັດ​ຕັ້ງ, ອາດຊະຍາ​ກຳ​ຄ້າຂາຍ​ມະນຸດ, ຢາ​ເສບ​ຕິດ ​ແລະ ​ການ​ສໍ້​ລາດ​ບັງ​ຫລວງ. ຄຽງ​ຄູ່​ກັນ​ນັ້ນ ​ເກີດ​ອາດຊະຍາ​ກຳ​ໃຫມ່ ຄື: ອາດຊະຍາ​ກຳ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ສູງ, ​ໂທລະ​ຄົມ, ອາດຊະ​ຍາ​ກຳ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ລັດຖະມົນຕີ Tran Dai Quang ຢືນຢັນ​ວ່າ: ກະຊວງ​ຕຳຫລວດ ​ໄດ້​ພ້ອມ​ກັບ​ທົ່ວ​ປວງ​ຊົນ​ຕໍ່ສູ້​ເຮັດ​ໃຫ້​ທຸກ​ກົນອຸບາຍ, ​ເລ່ຫລ່ຽມ​ຂອງ​ບັນດາ​ກຳລັງ​ເປັນ​ປໍ​ລະ​ປັກ​ຖືກ​ປະລາ​ໄຊ. ທ່ານ Quang  ​ເນັ້ນ​ຫນັກ​ວ່າ:

        “ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ບັນດາ​ອາດຊະຍາ​ກຳ​ທີ່​ອັນຕະລາຍດັ່ງກ່າວ, ​ເຮັດ​ແນວ​ໃດ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ແກ່​ປະຊາຊົນ. ຄຽງ​ຄູ່​ກັນ​ນັ້ນ ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ຊາດ. ກຳລັງ​ຕຳຫລວດ​ເປີດ​ບັນດາ​ບັ້ນ​ບຸກ​ໂຈມ​ຕີ ປາບ​ປາມ​ອາດຊະ​ຍາ​ກຳ​ຢ່າງ​ຕໍ່​ເນື່ອງ.”

ຂ່າວ/ບົດ​ອື່ນ