ລັດ​ຖະ​ມົນ​ຕີ ອາ​ເມ​ລິ​ກາ ແລະ ຈີນ ພົບ​ປະ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ G20

(VOVWORLD) -ວັນທີ 31 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ພົບປະກັບຄູ່ຕຳແໜ່ງ ຈີນ ທ່ານ ຫວາງອີ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນ (G20) ເຊິ່ງຖືກຈັດຂຶ້ນຢູ່ ໂຣມ, ອີຕາລີ.

ຕາມແຈ້ງການສື່ມວນຊົນຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເນັ້ນໜັກວ່າ ອາເມລິກາ ແລະ ຈີນ ອາດຈະສົມທົບໃນຂົງເຂດຕ່າງໆຄື ບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ສະພາບການຢູ່ ອາບການິດສະຖານ ແລະ ວິກິດການດິນຟ້າອາກາດ. ນອກຈາກນັ້ນ, ທ່ານ Antony Blinken ກໍ່ຍົກໃຫ້ເຫັນຢ່າງພົ້ນເດັ່ນຄວາມວິຕົກກັງວົນຕໍ່ການກະທຳຕ່າງໆຂອງ ຈີນ ເຊິ່ງ ອາເມລິກາ ຖືວ່າເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍຫຼຸດລົງ, ໄປຝືນກັບຄຸນຄ່າ ແລະ ຜົນປະໂຫຍດຕ່າງໆຂອງ ອາເມລິກາ, ປະເທດພັນທະມິດ ແລະ ຄູ່ຮ່ວມມືຂອງ ອາເມລິກາ, ລວມທັງການກະທຳກໍ່ຄວາມຂາດສະຖຽນລະພາບຂອງ ຈີນ ຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ