ລັດ​ຖະ​ມົນ​ຕີ ເລ​ມິງ​ຮ​ວານ: ສ້າງ​ລະ​ບອບ​ລະ​ບຽບ​ການ​ປົກ​ປ້ອງ​ພາບ​ພົດ​ຂອງ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ ຫວຽດ​ນາມ ໃນ​ຕະຫຼາດ​ສາ​ກົນ

(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົ່ງອະນຸສັນຍາ ເຖິງບັນດາປະເທດ ເພື່ອຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ.
ລັດ​ຖະ​ມົນ​ຕີ ເລ​ມິງ​ຮ​ວານ: ສ້າງ​ລະ​ບອບ​ລະ​ບຽບ​ການ​ປົກ​ປ້ອງ​ພາບ​ພົດ​ຂອງ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ ຫວຽດ​ນາມ ໃນ​ຕະຫຼາດ​ສາ​ກົນ - ảnh 1ສືບຕໍ່ກອງປະຊຸມຄັ້ງທີ 36, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: TTXVN)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 36, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ຕອນເຊົ້າວັນທີ 21 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງວາລະຊັກຖາມ ແລະ ຕອບຄຳຊັກຖາມກ່ຽວກັບການປະຕິບັດບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ຊັກຖາມນັບແຕ່ຕົ້ນອາຍຸການສະພາແຫ່ງຊາດຊຸດທີ XV ຮອດທ້າຍປີ 2023 ສຳລັບກຸ່ມຂົງເຂດທີ່ໜຶ່ງ, ລວມມີບັນດາຂົງເຂດ: ກະສິກຳ ແລະ ພັດທະນາຊົນນະບົດ; ອຸດສາຫະກຳການຄ້າ; ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ເຊື່ອມຕໍ່ກັບຄະນະສະມາຊິກສະພາແຫ່ງຊາດ 62 ແຂວງ, ນະຄອນ ແບບທາງໄກ.

        ເມື່ອຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບມາດຕະການເສນາທິການໃຫ້ແກ່ລັດຖະບານ ເພື່ອມີນະໂຍບາຍໜູນຊ່ວຍການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ, ເປີດກວ້າງຕະຫຼາດໃໝ່ໃຫ້ແກ່ຜະລິດຕະພັນກະເສດ ຫວຽດນາມ ໂດຍໄວໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໃຫ້ຮູ້ວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົ່ງອະນຸສັນຍາ ເຖິງບັນດາປະເທດ ເພື່ອຊຸກຍູ້ການຈຳໜ່າຍຜະລິດຕະພັນກະເສດ.

        “ພວກເຮົາຕ້ອງເອົາໃຈໃສ່ເຖິງບັນຫາອອກລະດັບເຂດປູກ, ເຂດລ້ຽງ. ນີ້ແມ່ນບັນຫາໃຫຍ່ສຳລັບພື້ນຖານກະສິກຳ ຫວຽດນາມ. ພິເສດ, ການສ້າງເຂດວັດຖູດິບລວມສູນ, ຮ່ວມສຳພັນສ້າງເປັນສະຫະກອນທີ່ມີຄວາມເຂັ້ມແຂງຢ່າງພໍພຽງ ແມ່ນໜ້າທີ່ສຳຄັນເພື່ອແກ້ໄຂລັກສະນະກະແຈກກະຈາຍຂອງພື້ນຖານກະສິກຳ. ໄປຄຽງຄູ່ກັນນັ້ນ, ການພັດທະນາບັນດາຜະລິດຕະພັນທີ່ເປັນເອກະລັກຂອງເຂດພາກ ກໍແມ່ນຊ່ອງທາງໜຶ່ງເພື່ອຈຳໜ່າຍຜະລິດຕະພັນປຸງແຕ່ງ, ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນກະເສດຂອງທ້ອງຖິ່ນຕາມລຳດັບ. ສຳລັບບັນຫາເຄື່ອງໝາຍການຄ້າ, ຍີ່ຫໍ່ຂອງຜະລິດຕະພັນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພວມພ້ອມກັບກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັນສ້າງເຄື່ອງໝາຍການຄ້າຂອງຜະລິດຕະພັນກະເສດ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງມີເຂດວັດຖູດິບລວມສູນ ເພື່ອມີບັນດາຜະລິດຕະພັນທີ່ສະໝ່ຳສະເໝີ, ບັນລຸມາດຕະຖານຂອງຜະລິດຕະພັນກະເສດຫຼັກແຫຼ່ງ, ສ້າງລະບອບລະບຽບການປົກປ້ອງພາບພົດຂອງຜະລິດຕະພັນກະເສດ ຫວຽດນາມ ໃນຕະຫຼາດສາກົນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ