ລັດຖະມົນຕີກະຊວງ ຕຳຫຼວດຫວຽດນາມ ເຂົ້າຮ່ວມພິທີລົງນາມ ມອບຂອງຂວັນຮັບປະກັນຊີວິດສັງຄົມໃຫ້ລາວ

ລັດຖະມົນຕີກະຊວງ ຕຳຫຼວດຫວຽດນາມ ເຂົ້າຮ່ວມພິທີລົງນາມ ມອບຂອງຂວັນຮັບປະກັນຊີວິດສັງຄົມໃຫ້ລາວ - ảnh 1
(ພາບປະກອບຈາກ: kpl.net.la)

(vovworld) - ​​ ຕອນ​ຄໍ່າ​ວັນ​ທີ 18 ກັນຍາ, ຢູ່​ນະຄ​ອນຫຼວງວຽງ​ຈັນ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມມອບ​ຂອງຂວັນ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ລັດຖະບານ​ລາວ, ​ໂດຍ​ທະນາຄານຫຸ້ນສ່ວນ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ອຸປະຖຳ. ທີ່​ພິທີ​ລົງ​ນາມ, ທະນາຄານ BIDV ​ໄດ້​ມອບມຸ້ງ, ຜ້າຫົ່ມຈຳນວນ 15 ພັນຊຸດ ​ແລະ ​ເງິນ 100.000 USD ​ໃຫ້​​ແກ່​ກອງ​ທຶນ​ປ້ອງ​ກັນ, ຕ້ານ​ໄຂ້​ປ່າຂອງ​ລາວ, ພ້ອມ​ທັງມອບ​ຄອມພິວເຕີ້ຈຳນວນ 2.000 ຊຸດ ​ໃຫ້​ແກ່​ສູນ​ກາງ​ຊາວ​ໜຸ່ມ​ປະຊາ​ຊົນ​ປະຕິວັດ​ລາວ. ສະ​ນັ້ນ, ​​ໄລ່ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ, BIDV ​ໄດ້​ໜູນ​ຊ່ວຍການ​ຮັບປະກັນ​ຊີວິດ​ສັງຄົມ​ຂອງລາວ ຈຳນວນ​ເງິນ 8,5 ລ້ານ USD, ຕົ້ນ​ຕໍ່​ແມ່ນ​ບັນດາ​ຂະ​ແໜງ​ສາທາລະນະ​ສຸກ, ສຶກສາ ​ແລະ ຄອບຄົວ​ທຸກ​ຍາກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​​ ເຈີ​ນດ້າຍ​ກວາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ ​ໄດ້​ໄປ​ຢ້ຽມຢາມ​ທະນາຄານຮ່ວມ​ທຸລະ​ກິດ​ຫວຽດນາມ - ລາວ, ​ເຊິ່ງ​ແມ່ນ​ວິ​ສາ​ຫະກິດ​ທີ່​ເປັນ​ແບບຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ລາວ.

ຂ່າວ/ບົດ​ອື່ນ