ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສາ​ກົນ ອັງ​ກິດ ຕີ​ລາ​ຄ​າ​ສູງ ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP

(VOVWORLD) -ວັນທີ 1 ກຸມພາ, ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss ໄດ້ປະກາດວ່າ ປະເທດນີ້ ໄດ້ສະເໜີເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ ໂດຍແມ່ນເຂດການຄ້າເສລີລວມມີ 11 ພື້ນຖານເສດຖະກິດສະມາຊິກກວມເອົາ 1/3 GDP ທົ່ວໂລກ. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ສາ​ກົນ ອັງ​ກິດ ຕີ​ລາ​ຄ​າ​ສູງ ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP - ảnh 1ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss  (ພາບ: TTXVN)

ທ່ານນາງ Elizabeth Truss ໄດ້ຢັ້ງຢືນວ່າ ການເຂົ້າຮ່ວມ CPTPP ຈະນັບມື້ນັບຮັດໜັ້ນການພົວພັນຂອງ ລາຊະອານາຈັກ ອັງກິດ ກັບຫວຽດນາມ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ ສອງປະເທດ ເພີ່ມທະວີການພົວພັນກັບ 11 ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ ໃນເຂດມະຫາສະມຸດອິນເດຍ - ປາຊີຟິກ, ນຳມາເຊິ່ງບັນດາກາລະໂອກາດໃຫ້ແກ່ລາຊະອານາຈັກອັງກິດ, ໃຫ້ແກ່ພື້ນຖານເສດຖະກິດ ກໍ່ຄືປະຊາຊົນອັງກິດ. ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss ໄດ້ຕີລາຄາສູງການສະໜັບສະໜູນຂອງ ຫວຽດນາມຕໍ່ເລື່ອງ ອັງກິດເຂົ້າຮ່ວມ CPTPP, ທ່ານນາງກ່າວວ່າ:

        ລາຊະອານາຈັກອັງກິດ ຮູ້ສຶກພູມໃຈຍ້ອນວ່າ ໄລຍະທີ່ຜ່ານມາ ຫວຽດນາມ ໄດ້ມີການສະໜັບສະໜູນຢ່າງແຮງຕໍ່ເລື່ອງອັງກິດເຂົ້າຮ່ວມພາກພື້ນການຄ້າເສລີ ທີ່ສຳຄັນຄື CPTPP. ໃນຍຸກປັດຈຸບັນ ເມື່ອບາງປະເທດມີທ່າອ່ຽງອາລັກຂາການຄ້າແມ່ນ ພວກເຮົາພ້ອມກັນສືບຕໍ່ໃຫ້ຄຳໝັ້ນສັນຍາການຄ້າເສລີ. ອັງກິດຈະພ້ອມກັບບັນດາຄູ່ຮ່ວມມືທີ່ມີແນວຄິດດຽວກັນຄື ຫວຽດນາມ ເພື່ອຫັນບັນດາບັນຫາເສດຖະກິດປະກົດຜົນເປັນຈິງຜ່ານການຄ້າເສລີ ນຳມາເຊິ່ງກະລະໂອກາດພິເສດຫຼາຍຢ່າງໃນສະພາບການຟື້ນຟູຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ