ລັ​ດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ EU ແລະ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມກອ​ງ​ປະ​ຊ​ຸມ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສຳ​ຄັນ​ທາງ​ອອນ​ລາຍ

(VOVWORLD) -ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກສະຫະພາບເອີລົບ (EU) ແລະ ຄູ່ຮ່ວມຕຳແໜ່ງ ອາເມລິກາ Mike Pompeo ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍໃນວັນທີ 15 ມິຖຸນາ, ໃນສະພາບການຂໍ້ຂັດແຍ່ງລະຫວ່າງສອງຝ່າຍທີ່ກ່ຽວຂ້ອງເຖິງການພົວພັນກັບອິດສະລາແອັນ, ຈີນ ແລະ ບັນດາອົງການຈັດຕັ້ງສາກົນ ພວມເພີ່ມຂຶ້ນ.
ລັ​ດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ EU ແລະ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມກອ​ງ​ປະ​ຊ​ຸມ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສຳ​ຄັນ​ທາງ​ອອນ​ລາຍ - ảnh 1ກອງປະຊຸມທາງອອນລາຍລະຫວ່າງ ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກສະຫະພາບເອີລົບ (EU) ແລະ ຄູ່ຮ່ວມຕຳແໜ່ງ ອາເມລິກາ Mike Pompeo (ພາບ: TTXVN)

ກອງປະຊຸມຄັ້ງນີ້ສຸມໃສ່ວິວັດການສ້າງສັນຕິພາບຢູ່ພາກຕາເວັນອອກກາງ, ໃນສະພາບການ EU ພວມມານະພະຍາຍາມເກ້ຍກ່ອມ ອິດສະລາແອັນ ປະລະແຜນການໂຮມເຂດຝັ່ງຕາເວັນຕົກ. ອິດສະລາແອັນຄາດວ່າຈະໂຮມບັນດາເຂດຕັ້ງຖີ່ນຖານຄົງທີ່ຢູ່ ຝັ່ງຕາວັນຕົກ ແລະ ຮ່ອມພູ ຈໍແດນ ເຂົ້າປະເທດນີ້, ເຊິ່ງນອນໃນຂອບເຂດແຜນການສ້າງສັນຕິພາບຢູ່ຕາເວັນອອກກາງ ຂອງ ອາເມລິກາ.

ຄຽງຄູ່ກັນນັ້ນ, EU ກໍ່ນັບມື້ນັບມີຄວາມວິຕົກກັງວົນກ່ຽວກັບເລື່ອງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຖອນປະເທດ ນີ້ອອກຈາກບັນດາອົງການຈັດຕັ້ງ ແລະ ຂໍ້ຕົກລົງສາກົນ, ໃນຫວ່າງມໍ່ໆມານີ້ເປັນຕົ້ນແມ່ນ ອົງການອະນາໄມໂລກ (WHO) ແລະ ສົນທິສັນຍາທ້ອງຟ້າເປີດກັບລັດເຊຍ. ຫຼັງຈາກນັ້ນ, ຫຼາຍປະເທດເອີລົບໄດ້ສະແດງຄວາມເສຍດາຍກ່ຽວກັບການຕັດສິນ ຂອງອາເມລິກາເມື່ອ ຖອນຕົວອອກຈາກຂໍ້ຕົກລົງ ເຊິ່ງບັນດາປະເທດນີ້ຖືວ່າ ສວມບົດບາດສຳຄັນ ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈໃນຫຼາຍທົດສະວັດທີ່ຜ່ານມາ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງ ແລະ ຄວາມໂປ່ງໃສຢູ່ພາກພື້ນ ເອີລົບ - ມະຫາສະໝຸດອັດລັງຕິກ.

ຕອບກັບ

ຂ່າວ/ບົດ​ອື່ນ