ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທງເຊີນ ເຂົ້າຮ່ວມການໂອ້ລົມສົນທະນາກັບມະຫາວິທະຍາໄລ Hokkaido - ຍີ່ປຸ່ນ

(VOVWORLD) -ສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ສິງຫາ, ຢູ່ ຮອກໄກໂດ, ປະເທດ ຍີ່ປຸ່ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມ ການໂອ້ລົມສົນທະນາ ກ່ຽວກັບແງ່ຫວັງການຮ່ວມມືລະຫວ່າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ໃນໄລຍະໃໝ່.
ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທງເຊີນ ເຂົ້າຮ່ວມການໂອ້ລົມສົນທະນາກັບມະຫາວິທະຍາໄລ Hokkaido - ຍີ່ປຸ່ນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ເນັ້ນໜັກທີ່ການໂອ້ລົມສົນທະນາ

     ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ເນັ້ນໜັກວ່າ: ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໄດ້ຮັບການປະຕິບັດມາແຕ່ດົນນານ ແລະ ແມ່ນໜຶ່ງໃນ 3 ເນື້ອໃນສຳຄັນໃນການຮ່ວມມືຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ຮຸ່ນໃໝ່ ລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີໃຫ້ຮູ້ວ່າ: ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດໜູນຊ່ວຍຂະແໜງການສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫຍ່ກວ່າໝູ່, ຫວຽດນາມ ແມ່ນປະເທດທຳອິດໃນໂລກທີ່ນຳພາສາຍີ່ປຸ່ນເຂົ້າໃນຫຼັກສູດການສອນຢູ່ໂຮງຮຽນມັດທະຍົມຕອນຕົ້ນແຕ່ປີ 2003 ແລະ ຂັ້ນປະຖົມແຕ່ປີ 2019. ປະຈຸບັນ, ມີນັກສຶກສາຫວຽດນາມ 43.000 ກວ່າຄົນພວມຮ່ຳຮຽນຢູ່ ຍີ່ປຸ່ນ, ນີ້ແມ່ນກຳລັງທີ່ສຳຄັນເພື່ອພັດທະນາເສດຖະກິດ - ສັງຄົມຂອງ 2 ປະເທດ ແລະ ຮັດແໜ໊ນການພົວພັນມິດຕະພາບ ແລະ ຄວາມເຂົ້າໃຈກັນລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ