ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ James Cleverly ປະຕິບັດງານຢູ່ ອາຊີ

(VOVWORLD) - ທ່ານ James Cleverly ຈະພົບປະກັບທ່ານປະທານາທິບໍດີ Yoon Suk -yeol, ທ່ານລັດຖະມົນຕີການຕ່າງປະເທດ Park Jin...
ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ James Cleverly ປະຕິບັດງານຢູ່ ອາຊີ - ảnh 1ທ່ານ James Cleverly, ລັດຖະມົນຕີການຕ່າງປະເທດ ອັງກິດ(ພາບ:AFP/TTXVN)

ວັນທີ 25 ກັນຍາ, ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດວ່າ ທ່ານ James Cleverly, ລັດຖະມົນຕີການຕ່າງປະເທດຂອງປະເທດນີ້ຈະເດີນທາງໄປປະຕິບັດງານເປັນເວລາ 3 ວັນຢູ່ ຍີ່ປຸ່ນ, ສ. ເກົາຫຼີ ແລະ ສິງກະໂປ.

        ຢູ່ ຍີ່ປຸ່ນ, ທ່ານ James Cleverly ຈະເຂົ້າຮ່ວມພິທີສົບລະດັບຊາດທ່ານ ອະດີດນາຍົກລັດຖະມົນຕີ Shinzo Abe ແລະ ພົບປະກັບຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi. ອັງກິດ ຢັ້ງຢືນຄືນການພົວພັນກັບ ຍີ່ປຸ່ນ, ເປັນຄູ່ຮ່ວມມືທາງດ້ານການປ້ອງກັນຄວາມສະຫງົບທີ່ໃກ້ຊິດສະໜິດສະໜົມຂອງ ລອນດອນ ທີ່ທະວີບ ອາຊີ.

        ສ່ວນຢູ່ ສ. ເກົາຫຼີ, ທ່ານ James Cleverly ຈະພົບປະກັບທ່ານປະທານາທິບໍດີ Yoon Suk -yeol, ທ່ານລັດຖະມົນຕີການຕ່າງປະເທດ Park Jin ແລະ ໄປຢ້ຽມຢາມເຂດປອດການທະຫານຢູ່ຊາຍແດນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ (DMZ).

        ທີ່ສິງກະໂປ, ເຊິ່ງເປັນສະຖານທີ່ສຸດທ້າຍຂອງການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານ James Cleverly ຈະພົບປະກັບທ່ານນາຍົກລັດຖະມົນຕີ ຫຼີຊຽງຫຼົງ, ທ່ານຮອງນາຍົກລັດຖະມົນຕີ Lawrence Wong ແລະ ທ່ານລັດຖະມົນຕີການຕ່າງປະເທດ Vivian Balakrishnan. ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ ກໍ່ມີບົດຄຳເຫັນສຳຄັນທີ່ກອງປະຊຸມສຸດຍອດ ອາຊີ ປະຈຳປີຂອງ ສະຖາບັນ Milken ຢູ່ ສິງກະໂປ ກ່ຽວກັບວິໄສທັດນະໂຍບາຍການຕ່າງປະເທດຂອງ ອັງກິດ ຕໍ່ກັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ