ລັດຖະມົນຕີກະຊວງການຕ່າງປະເທດຟ້າມບີງມີງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ

ລັດຖະມົນຕີກະຊວງການຕ່າງປະເທດຟ້າມບີງມີງເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ - ảnh 1
ທ່ານ​ຟ້າ​ມບີ​ງມີ​ງ ​ແລະ ທ່ານ​ John Kerry ​
ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ


(vovworld) –​​ ຕອນ​ເຊົ້າ​ວັນ​ທີ 24/05 ຢູ່​ຮ່າ​ໂນ້ຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama. ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ​ຕີ​ລາຄາ​ສູງ​ບັນດາ​ການ​ພົບ​ປະ ​ແລະ ໝາກຜົນ​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ຫວຽດນາມ ​ແລະ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ສະ​ເໜີ 2 ຝ່າຍ​ຕັ້ງໜ້າ​ສົມທົບ​ກັນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ຂອງ​ການ​ພົບ​ປະ​ຕ່າງໆ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Barack Obama. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີງ ​ແລະ ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ John Kerry ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າ​ຍ ຕ່າງມີ​ຄວາມ​ສົນ​ໃຈ ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ການ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ພາກ​ພື້ນ, ປະກອບສ່ວນຢ່າງ​​ຕັ້ງໜ້າ​ເຂົ້າ​ການ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຂອງ​ພາກ​ພື້ນ.

        ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ​ແລະ ທ່ານລັດຖະມົນຕີການ​ຕ່າງປະ​ເທດ John Kerry ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ LOI ກ່ຽວ​ກັບ​ຂໍ້​ລິ​ເລີ່​ມຮັກສາວັດຖຸ​ອຸປະກອນການ​ແພດ​ເປັນ​ສຳ​ເນົາ ​ແລະ ຮ່ວມ​ມື​ມະນຸ​ດສະ​ທຳ ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ຮ່ວມ​ມື​ມະນຸດສະທຳ​ລະຫວ່າງ 2 ປະ​ເທດ​ໃນ​ການ​ຊອກ​ຫາພົນທະຫານ ອາ​ເມ​ລິ​ກາ ຫາຍ​ສາບ​ສູນ, ກູ້​ໄພ​ກູ້​ຊີບ ​ແລະ ຮັບ​ມື​ກັບ​ໄພ​ພິບັດທຳ​ມະ​ຊາດ, ​ເອກະສານ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ການ​ປະຕິບັດ​ກົດໝາຍ ​ແລະ ຍຸຕິ​ທຳ​ທາງ​ອາຍາ ​ແລະ ສັນຍາ​ແມ່​ກ່ຽວ​ກັບ​ເລື່ອງ ຫວຽດນາມ ອະນຸ

ຍາ​ດ​ໃຫ້​ຊາວ​ໜຸ່ມອາສາສະໝັກ ອາ​ເມ​ລິ​ກາ ບາງ​ຄົນ​ສອນ​ພາສາ​ອັງກິດ​ຢູ່ ນະຄອນ ​ຮ່າ​ໂນ້ຍ ​ແລະ ​ນະຄອນໂຮ່ຈີ​ມິນ ​ໃນ​ຂອບ​ເຂດ “ລາຍການ​ສັນຕິພາບ”.


ຂ່າວ/ບົດ​ອື່ນ