ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາກ່າວເຕືອນເອີລົບພວມປະເຊີນໜ້າກັບວິກິດການຢ່າງຮ້າຍແຮງ

ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາກ່າວເຕືອນເອີລົບພວມປະເຊີນໜ້າກັບວິກິດການຢ່າງຮ້າຍແຮງ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ
​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: TTXVN)

(vovworld) - ວັນ​ທີ 13/02, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຄວາມ​ສະຫງົບ​ປອດ​ໄພ Munich, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເນັ້ນ​ໜັກ​ວ່າ: “​ໃນ​ປະຫວັດສາດ, ພວກ​ເຮົາ​ບໍ່​ເຄີຍປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ຫລາຍ​ຄັ້ງ​ຄື​​ແນວນັ້ນ. ພວກ​ເຮົາ​ພວມ​ຢືນ​ຢູ່​ຕໍ່ໜ້າ​ວິ​ກິດ​ການມະນຸດສະທຳ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​​ສົງຄາມ​ໂລກ​ຄັ້ງ​ທີ 2”. ນັກ​ການ​ທູດ​ ອາ​ເມລິ​ກາ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ ​ເອີ​ລົບ, ພ້ອມ​ທັງ​ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ອາດ​ຈະພາບ​ແຜ້ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ. ຕາມ​ທ່ານ Kerry ​ແລ້ວ, ຊາວ ​ເອີ​ລົບ ຫລາຍ​ຄົນຮູ້​ສຶກວ່າ ຕົນ​ເອງ​​​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍຂອງ​ບັນດາ​ສິ່ງ​ທ້າ​ທາ​ຍຄື​ດັ່ງ ​ໃນອະດີ​ດຕະການ “​ເອີ​ລົບ ຈະລຸກ​ຂຶ້ນ​ຢ່າງແຮງ​ກ່ວາຈາ​ກວິ​ກິດ​ການ”.

ຂ່າວ/ບົດ​ອື່ນ