ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາຢ້ຽມຢາມອີຢິບ

ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາຢ້ຽມຢາມອີຢິບ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ John Kerry
ພົບ​ປະ​ກັບ​ທ່ານ​ປະທາ​ນາ​ທິບໍດີ ອີ​ຢິບ Abdel Fattah al – Sisi
(ພາບ: AP)

(vovworld) - ວັນ​ທີ 18/05, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ມາ​ຮອດ​ນະຄອນຫລວງ Cairo ພົບ​ປະ​ກັບ​ທ່ານ​ປະທາ​ນາ​ທິບໍດີ ອີ​ຢິບ Abdel Fattah al – Sisi ​ໃນ​ຄວາມ​ມານະ​ພະຍາຍາມຟື້ນ​ຟູວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/05, ​ໃນ​ບົດ​ກ່າວ​ປາ​ໄສ​ທີ່ອອກ​ອາກາດ​ທາງ​ໂທລະພາບ, ທ່ານ Sisi ​ກະຕຸກ​ຊຸກຍູ້ ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນ ຮັບ​ເອົາ “ກາລະ​ໂອ​ກາດ​​ແທ້​ຈິງ”, ພ້ອມ​ທັງຊົມ​​ເຊີຍ​ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ ອີ​ຢິບ ກັບ ອິດ​ສະ​ລາ​​ແອນ​ ​ເຊິ່ງໄດ້ລົງ​ນາມ​​ເມື່ອ​ປີ 1979. ພາຍ​ຫລັງ​​ກ່າວບົດ​ປາ​ໄສດັ່ງກ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຢາກ​ໄດ້​ຮັບ​ຟັງ​ໂດຍ​ກົງຄວາມ​ເຫັນຂອງ​ທ່ານ​ປະທານາທິບໍດີ Sisi ກ່ຽວ​ກັບ​ແຜນການ​ ​ລະອຽດ​ຂອງ​ບົດບາດ​ເປັນ​ກາງ ​ເຊິ່ງ ອີ​ຢິບ ​ເຊິ່ງຄາດວ່າ ​ຈະ​ຮັບ​ຜິດ​ຊອບ ​​ເພື່ອແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ນີ້. ຝ່າຍ ອາ​ເມ​ລິ​ກາ ​ເນັ້ນ​ໜັກ​ວ່າ: ​ວິທີ​ໜຶ່ງ​ດຽວ ​ເພື່ອ​ຢຸດຕິ​ການປະ​ທະ​ກັນລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລັດ​ສະຕິ​ນ ​ແມ່ນ​ຜ່ານ​ການ​ເຈລະຈາ​ຕາມ​ມາດ​ຕະການ 2 ປະ​ເທດ​ດຳລົງ​ຊີວິດ​ຮ່ວມ​ກັນ​ດ້ວຍບັນດາ​ເສັ້ນ​ຊາຍ​ແດນ​ໄດ້​ຮັບການ​ຮັບຮອງ.

ຂ່າວ/ບົດ​ອື່ນ