ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນ​ສັນ​ຍາຮ່ວມ​ມື​ກັບ EU ແລະ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 28 ມັງກອນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ອາບການິດສະຖານ Ashraf Ghani ເພື່ອປຶກສາຫາລືກ່ຽວກັບຄຳໝັ້ນສັນຍາ ຂອງ ວໍຊິງຕັນ ຕໍ່ການພົວພັນຄູ່ຮ່ວມມືສອງຝ່າຍ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ຄຳ​ໝັ້ນ​ສັນ​ຍາຮ່ວມ​ມື​ກັບ EU ແລະ ອາບ​ກາ​ນິດ​ສະ​ຖານ - ảnh 1ທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: Reuters)

ໃນການໂອ້ລົມທາງໂທລະສັບ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ຍົກໃຫ້ ເຫັນການໜູນຊ່ວຍທາງການທູດຢ່າງແຮງຂອງ ອາເມລິກາຕໍ່ວິວັດການສ້າງສັນຕິພາບຢູ່ ອາບການິດສະຖານຢ່າງຈະແຈ້ງ, ທ່ານກໍ່ຢັ້ງຢືນວ່າ ດ້ວຍການໜູນຊ່ວຍນີ້ ບັນດາຝ່າຍທີ່ປະທະກັນຢູ່ ອາບການິດສະຖານ ຈຶ່ງບັນລຸໄດ້ຂໍ້ຕົກລົງດ້ານການເມືອງ ແບບຍືນຍົງ ພ້ອມກັບຄຳສັ່ງຢຸດຍິງຢ່າງຮອບດ້ານ, ຍາວນານ ເພື່ອຜົນປະໂຫຍດຂອງ ຊາວອາບການິດສະຖານ. ແລະ ກໍ່ຕາມທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Blinken ແລ້ວ, ອາເມລິກາພວມພິຈາລະນາ ຂໍ້ຕົກລົງທີ່ໄດ້ລົງນາມກັບ ຕາລີບານເມື່ອເດືອນກຸມພາ 2020ຄືນໃໝ່, ພ້ອມທັງພວມພິຈາລະນາເລື່ອງ ກຳລັງນີ້ ໄດ້ປະຕິບັດຕາມບັນດາຄຳໝັ້ນສັນຍາຢ່າງຖືກຕ້ອງໃນການຕັດຂາດການພົວພັນກັບບັນດາກຸ່ມການກໍ່ການຮ້າຍ, ຫຼຸດຜ່ອນການໃຊ້ຄວາມຮຸນແຮງ ຢູ່ອາບການິດສະຖານ ແລະ ເຈລະຈາກັບລັດຖະບານອາບການິດສະຖານ ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງຫຼືບໍ່. ທ່ານ Antony Blinken ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປຶກສາຫາລື ກັບລັດຖະບານ ອາບການິດສະຖານ, ບັນດາສຳພັນທະມິດ ໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ບັນດາຄູ່ຮ່ວມມືສາກົນກ່ຽວກັບຍຸດທະສາດລວມໝູ່ເພື່ອແນໃສ່ສ້າງອະນາຄົດທີ່ໝັ້ນຄົງ, ປອດໄພ, ຮັບປະກັນສິດອະທິປະໄຕ ແລະ ປະຊາທິປະໄຕໃຫ້ແກ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ