ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ SCO ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ

(VOVWORLD) -ວັນທີ 28 ກໍລະກົດ, ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກຂອງ ອົງການຮ່ວມມື ຊຽງໄຮ (SCO) ໄດ້ໂຮມປະຊຸມຢູ່ນະຄອນຫຼວງ Dushanbe ຂອງ ຕັກຈີກິດສະຖານ, ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ ກໍຄືສະພາບການຢູ່ ອາບການິດສະຖານ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ SCO ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກຂອງ ອົງການຮ່ວມມື ຊຽງໄຮ ໂຮມປະຊຸມ (ພາບ: TTXVN)

ໃນຂອບເຂດຂອງກອງປະຊຸມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ໄດ້ມີການໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergey Shoigu ແລະ ຢັ້ງຢືນສາຍພົວພັນຄູ່ຮ່ວມມືອັນດີງາມໃນດ້ານປ້ອງກັນຊາດຂອງສອງປະເທດ.

SCO ແມ່ນອົງການຮ່ວມມືເສດຖະກິດ ແລະ ຄວາມໝັ້ນຄົງ ລວມມີ 8 ປະເທດ ສະມາຊິກ ແລະ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາອົງການຈັດຕັ້ງສາກົນຂ້າມພາກພື້ນທີ່ມີຂອບຂະໜາດໃຫຍ່ທີ່ສຸດ. sco ໄດ້ຮັບການສ້າງຕັ້ງຂຶ້ນ ໃນກອງປະຊຸມສຸດຍອດຢູ່ ຊຽງໄຮ ເມື່ອປີ 2001 ດ້ວຍບັນດາປະເທດທຳອິດ ລວມມີ ລັດເຊຍ, ຈີນ, ກຽກກີສະຖານ, ກາຊັກສະຖານ, ຕັກຈີກິດສະຖານ,  ແລະ ອຸສະເບກິດສະຖານ. ຮອດປີ 2017, ອິນເດຍ ແລະ ປາກິດສະຖານ ກໍໄດ້ເຂົ້າຮ່ວມອົງການດັ່ງກ່າວ.


 

ຕອບກັບ

ຂ່າວ/ບົດ​ອື່ນ