ລັດຖະມົນຕີກະຊວງການເງິນຫວຽດນາມພົບປະຢູ່ນອກກັບປະຊຸມ AFMM ແລະ AFMGM ຢູ່ ໄທ

(VOVWORLD) -ວັນທີ 4 ເມສາ, ກ່ອນດຳເນີນກອງປະຊຸມລັດຖະມົນຕີກະຊວງການເງິນ ອາຊຽນ (AFMM) ຄັ້ງທີ 23 ແລະ ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 5 ຢູ່ ຊຽງຣາຍ ປະເທດໄທ, ທ່ານດີງຕຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມໄດ້ ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງການເງິນໄທ ແລະ ເລຂາທິການໃຫຍ່ ອາຊຽນ.

ທີ່ການຕ້ອນຮັບລັດຖະມົນຕີກະຊວງການເງິນໄທ, ອະພິສັດ ຕັນຕິວໍຣະວົງ ປະທານວິວັດການຮ່ວມມືການເງິນ ອາຊຽນ 2019, ທ່ານ ດີງຕຽນຢູງ ໄດ້ແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດຂອງສອງປະເທດ. ທ່ານ ລັດຖະມົນຕີກະຊວງການເງິນໄທ ໄດ້ເນັ້ນຫນັກເຖິງບັນດາຫົວຂໍ້ບຸລິມະສິດຂອງໄທໃນປີ 2019.

ໃນວັນດຽວກັນ, ທ່ານດີງຕຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ພົບປະກັບທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ. ທ່ານດີງຕຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ກໍ່ແບ່ງປັນວ່າ ໃນວິວັດການຮ່ວມມືດ້ານການເງິນ ທະນາຄານ, ກະຊວງການເງິນຫວຽດນາມ ແລະທະນາຄານແຫ່ງລັດຫວຽດນາມ ຈະເປັນປະທານຮ່ວມ ແລະ ສົມທົບກັນເພື່ອຮັບບົດບາດຫນ້າທີ່ເປັນປະທານກອງປະຊຸມ AFMM ແລະ AFMGM ໃນປີ ອາຊຽນ 2020 ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ