ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກ ອາຣັບບິ ຊະອຸດິ

(VOVWORLD) - ເຊື່ອມຕໍ່ບັນດາອົງການເຈົ້າໜ້າທີ່ 2 ປະເທດເວົ້າລວມ, ເຊື່ອມຕໍ່ກະຊວງພາຍໃນ ອາຣັບບິ ຊະອຸດິ ແລະ ກະຊວງຕຳຫລວດ ຫວຽດນາມ ເວົ້າສະເພາະ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດບັນດາເອກະສານທີ່ໄດ້ຮັບການລົງນາມແລ້ວ.
ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາຊະອານາຈັກ ອາຣັບບິ ຊະອຸດິ  - ảnh 1 ທີ່ການຕ້ອນຮັບ (ພາບ: cand.com.vn)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ອາຣັບບິ ຊະອຸດິ ປະຈຳ ຫວຽດນາມ Saud F.M. Alsuwelim ໃນຕອນຄ່ຳວັນທີ 21 ກຸມພາ ຢູ່ຮ່າໂນ້ຍ, ທ່ານພົນເອກ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ສະເໜີໃຫ້: 2 ຝ່າຍສືບຕໍ່ຮັກສາການປະຕິບັດກົນໄກຂອງຄະນະກຳມະການປະສົມ ແນໃສ່ຍູ້ແຮງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊຸກຍູ້ສົມທົບກັນດ້ານວິຊາການ, ພິເສດແມ່ນຂໍ້ມູນກ່ຽວກັບອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳຢາເສບຕິດ, ອາດສະຍາກຳການຄ້າມະນຸດ…

        ສ່ວນທ່ານເອກອັກຄະລັດຖະທູດ Saud F.M. Alsuwelim ຢັ້ງຢືນວ່າ: ດ້ວຍຖານະຂອງຕົນ ຈະເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນໃນຂົງເຂດຮ່ວມມືກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ; ເຊື່ອມຕໍ່ບັນດາອົງການເຈົ້າໜ້າທີ່ 2 ປະເທດເວົ້າລວມ, ເຊື່ອມຕໍ່ກະຊວງພາຍໃນ ອາຣັບບິ ຊະອຸດິ ແລະ ກະຊວງຕຳຫລວດ ຫວຽດນາມ ເວົ້າສະເພາະ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດບັນດາເອກະສານທີ່ໄດ້ຮັບການລົງນາມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ