ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຕ້ອນ​ຮັບ​​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບລາວ

(VOVWORLD) -ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ລະຫວ່າງ ກຳລັງຕຳຫຼວດສອງປະເທດ ຫວຽດນາມ - ລາວ, ແມ່ນພື້ນຖານເພື່ອໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງສອງກະຊວງ ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບ, ການຕໍ່ສູ້, ຕ້ານອາດຊະຍາກຳ, ວຽກງານການເມືອງ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຕ້ອນ​ຮັບ​​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບລາວ - ảnh 1ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບທ່ານ ພົນຕີ ວັນທອງ ກອງມະນີ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ (ພາບ: VOV)

ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນຕີ ວັນທອງ ກອງມະນີ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ, ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກວ່າ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ລະຫວ່າງ ກຳລັງຕຳຫຼວດສອງປະເທດ ຫວຽດນາມ - ລາວ, ແມ່ນພື້ນຖານເພື່ອໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງສອງກະຊວງ ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບ, ການຕໍ່ສູ້, ຕ້ານອາດຊະຍາກຳ, ວຽກງານການເມືອງ.

        ທ່ານຮອງລັດຖະມົນຕີ ວັນທອງ ກອງມະນີ ມີຄວາມເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດ ລາວ - ຫວຽດນາມ ຈະນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ຮັບໃຊ້ໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ການຕ່າງປະເທດ ຂອງແຕ່ລະປະເທດ ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ