ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ

(VOVWORLD) -ທ່ານລັດຖະມົນຕີ ໂຕເລິມ ເຊື່ອໝັ້ນວ່າ ໝາກຜົນການຮ່ວມມືລະຫວ່າງ 2 ປະເທດຈະໄດ້ຮັບການຍູ້ແຮງກວ່າເກົ່າ
ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ Mohamed Ismael AL Emad
(ພາບ: mps.gov.vn)

        ຕອນບ່າຍວັນທີ 24 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ Mohamed Ismael AL Emad ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໃຫ້ຮູ້ວ່າ ບົນພື້ນຖານ “ຂໍ້ຕົກລົງຮ່ວມມືກ່ຽວກັບການສະກັດກັ້ນ ແລະ ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນແຫ່ງລັດ ກາຕາ” ທີ່ລົງນາມເມື່ອປີ 2014, ຫັນການພົວພັນຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດໃນຫຼາຍຂົງເຂດໄດ້ຫັນເປັນລະອຽດ. ທ່ານລັດຖະມົນຕີ ໂຕເລິມ ເຊື່ອໝັ້ນວ່າ ໝາກຜົນການຮ່ວມມືລະຫວ່າງ 2 ປະເທດຈະໄດ້ຮັບການຍູ້ແຮງກວ່າເກົ່າ, ສອດຄ່ອງກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ກໍຄືຄວາມປາດຖະໜາ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດຄວາມໝັ້ນຄົງ, ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ພ້ອມທັງປາດຖະໜາວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກໍຄືບັນດາອົງການທີ່ກ່ຽວຂ້ອງຂອງ ກາຕາ ເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າເກົ່າ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ