ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແ​ລນ

(VOVWORLD) -  ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນທ່ານນາງເອກອັກຄະລັດຖະທູດ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຂອງສອງປະເທດ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແ​ລນ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ (ພາບ: cand.com.vn)

 ຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາ ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.

        ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນທ່ານນາງເອກອັກຄະລັດຖະທູດ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຂອງສອງປະເທດ, ປະກອບສ່ວນສ້າງການພົວພັນທີ່ມີເຈດຕະນາດີ, ມີປະສິດທິຜົນ ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຕຳຫຼວດ ນິວຊີແລນ.

        ສ່ວນທ່ານນາງ Wendy Mathews, ເອກອັກຄະລັດຖະທູດ ນິວຊີແລັນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສາຍພົວພັນຮ່ວມມືລະຫວ່າງສອງປະເທດ ນິວຊີແລນ ແລະ ຫວຽດນາມ ຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນສຳຄັນ ແລະ ຕັ້ງໜ້າຫຼາຍຢ່າງ. ທ່ານນາງ ເອກອັກຄະລັດຖະທູດ Wendy Mathews ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ຂອງຕົນ ທ່ານນາງຈະຍູ້ແຮງການພົວພັນຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍ ນິວຊີແລນ ແລະ ກະຊວງ ຕຳຫຼວດ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ