ລັດຖະມົນຕີກະຊວງຕຳຫຼວດຕ້ອນຮັບຮອງນາຍົກລັດຖະມົນຕີ ຮູງກາຣີ

ລັດຖະມົນຕີກະຊວງຕຳຫຼວດຕ້ອນຮັບຮອງນາຍົກລັດຖະມົນຕີ ຮູງກາຣີ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ, ພົນ​ໂທ Tran Dai Quang, ກຳມະການ​ກົມ​ການ​ເມ​ືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ບໍລິຫານ ​ແລະ ຍຸດຕິ​ທຳ ຮູງກາຣີ Tibor Navracsics ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ລັດຖະມົນຕີ Tran Dai Quang ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ​ອັນ​ດີງາມ, ມີ​ປະສິດທິ​ຜົນ ​ແລະ ​ແທດຈິງ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ​ ​ແລະ ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຮູ​ງກາຣີ ​ເວົ້າ​ສະ​ເພາະ, ​​ໃນ​ນັ້ນ​ມີກະຊວງ​ບໍລິຫານ ​ແລະ ຍຸດຕິ​ທຳ ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ​ຢືນຢັນ​ວ່າ, ການ​ພົວພັນ​ທີ່​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທ່ານ​ລັດຖະມົນ​ຕີ​ຂໍ​ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ຮູ​ງກາຣີ ​ໄດ້​ຮ່ວມ​ມື​ກັບ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ການບຳລຸງ​ສ້າງ​ພະນັກງານ, ໜູນ​ຊ່ວຍ​ລະບົບ​ເກັບກຳ​ຂໍ້​ມູນ​ຄຸ້ມ​ຄອງ​ພົນ​ລະ​ເມືອງ, ກໍ​ຄື​ຕໍ່ສູ້​ປ້ອງ​ກັນ ຕ້ານ​ອາດຊະຍາ​ກຳ ​ແລະ ອົບ​ພະຍົບຢູ່​ອາ​ໄສ. ທ່ານ​ລັດຖະມົນຕີ Tran Dai Quang ຫວັງ​ວ່າ ທ່ານ​ຮອງ​ນາຍົກລັດຖະມົນຕີຮູງກາຣີ Tibor Navracsics ສືບ​ຕໍ່​ຊີ້​ນຳ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຂອງ​ຮູ​ງກາຣີ ສົມທົບ, ໜູນ​ຊ່ວຍ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ການ​ຜັນ​ຂະຫຍາຍ​ລະບົບ​​ເກ​ັບກຳຂໍ້​ມູນ​ຄຸ້ມ​ຄອງ​ພົນ​ລະ​ເມືອງ, ກໍ​ຄື​ຕໍ່ສູ້​ປ້ອງ​ກັນ ຕ້ານ​ອາດຊະຍາ​ກຳ, ກໍ​ຄື​ສົມທົບກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສອງ​ຝ່າຍ, ຫຼາຍ​ຝ່າຍກ່ຽວ​ກັບ​ບັນດາ​ບັນຫາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ​ຢ່າງ​ມີ​ປະສິດ​ທິຜົນ.

        ກ່ອນໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 15/11, ຢູ່​ຮ່າ​​ໂນ້ຍ, ທ່ານ​ເລຂາ​ສູນ​ກາງ​ພັກ, ປະທານ​ສານ​ປະຊາຊົນ​ສູງ​ສຸດ Truong Hoa Binh ​ແລະ ທ່ານ​ຮອງຫົວໜ້າ​ສະ​ຖາ​ບັນ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ Tran Cong Phan ​ໄດ້​ໃຫ້ການ​ຕ້​ອນຮັບ​ທ່ານຮອງ​ນາຍົກລັດຖະມົນຕີຮູງກາຣີ Tibor Navracsics ​ແລະ ຄະນະ​ຜູ້​ແທນ​​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ